ຢາກຍົກລະດັບຊີວິດຕ້ອງມີ 8 ຫລັກການເຫລົ່ານີ້

  1. ຢ່າ “ເບິ່ງ”ຄົນທີ່ຄວາມສາມາດ “ດ້ອຍ”ກ່ວາເຮົາ ເພາະຈະບໍ່ກະຕຸ້ນໃຫ້ເຮົາ “ພັດທະນາ”.

     2. ຢ່າ “ຟັງ”ຄົນທີ່ “ຊີວິດດ້ອຍ”ກ່ວາເຮົາ ເພາະເຂົາ “ແນະນຳ”ຫຍັງເຮົາບໍ່ໄດ້.

     3. ຢ່າ “ຄົບ”ຄົນທີ່ “ນິນທາ” ຄົນອື່ນ ເພາະເຂົາຍ່ອມ “ບໍ່ຈິງໃຈ”ກັບໃຜ.

     4. ຢ່າ “ເຮັດ”ຫຍັງ “ງ່າຍໆ”ບໍ່ຍາກ, ບໍ່ທ້າທາຍ ເພາະເຮົາຈະບໍ່ມີມື້ “ເກັ່ງ”ຂຶ້ນ.

     5. ຢ່າ “ເວົ້າ”ເລື່ອງບໍ່ສຳຄັນໄຮ້ສາລະ, ໄຮ້ປະໂຫຍດ ເພາະບໍ່ໄດ້ສ້າງ“ໂອກາດ”ໃດໆໃຫ້ຊີວິດ.

     6. ຢ່າ “ຄິດ”ແງ່ “ລົບ”ໄປໝົດທຸກເລື່ອງ ເພາະສິ່ງທີ່ຈະເປັນ “ບວກ”ຈະໜີເຮົາໄປໝົດ.

     7. ຢ່າ “ຢ້ານ”ທີ່ຈະ “ລອງ”ແລະ ຜິດພາດ ເພາະດີກ່ວາຊາດນີ້ບໍ່ໄດ້ ເຮັດຫຍັງເລີຍ.

     8. ຢ່າ ສົນໃຈຄຳເວົ້າຂອງທຸກຄົນ ເພາະເຮົາຈະສູນເສຍ ຄວາມເປັນໂຕຂອງໂຕເອງ.