8 ສະຖານທີ່ນ້ຳຕົກ ບໍ່ຄວນພາດ ເມື່ອຮອດ ອຸດົມໄຊ

ແຂວງອຸດົມໄຊ: ເປັນແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງຕັ້ງໃໝ່ ໃນສະໄໝສົງຄາມ. ມີເນື້ອທີ່ 15.370 ກມ2, ມີປະຊາກອນ 264.830 ກວ່າຄົນ, ຍິງ: 132.328 ກວ່າຄົນ, ຄວາມໜາແໜ້ນຂອງປະຊາກອນ ແມ່ນ 17 ຄົນ/ກມ2 (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຄື ເມືອງໄຊ. ແຂວງ ອຸດົມໄຊ ປະກອບດ້ວຍ ຫຼາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນ ແຕນ, ມົ້ງ ລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.




ນອກນັ້ນຍັງມີຕາດອື່ນຯ:
ນ້ຳຕົກຕາດຈົງ ບ້ານຕົງປຼາງ ເມືອງໄຊ. (ອຸດົມໄຊ)
ຕາດຈົງ ຕັ້ງຢູ່ຫ້ວຍນ້ຳແປ, ບ້ານຕົງປລາງ, ເມືອງໄຊ ເຊິ່ງຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊ ປະມານ 50 ກິໂລແມັດ, ຫ່າງຈາກຈຸດສຸມນ້ຳແຮງ ໄປຫາບ້ານຕົງປຼາງ ປະມານ 9 ກິໂລແມັດ ແລະ ຈາກບ້ານຕົງປຼາງໄປ ຫາຕາດຈົງ ປະມານ 7 ກິໂລແມັດ. ສະພາບເສັ້ນທາງເຂົ້າເຖິງຈາກບ້ານໄປ ຫາຈຸດຕັ້ງແຄ້ມຂອງຊາວບ້ານ (ຫ້ວຍວີ) ແມ່ນຊາວບ້ານໄດ້ໃຊ້ແຮງງານຂຸດເອງ ເປັນທາງລົດແທັກເຕີພໍໄປໄດ້ ປະມານ 4 ກິໂລແມັດ. ຫຼັງຈາກນັ້ນ ຍ່າງຕໍ່ ປະມານ 3 ກິໂລແມັດ ໂດຍຜ່ານພື້ນທີ່ທຳການຜະລິດຂອງຊາວບ້ານ (ໄຮ່) ໃຊ້ເວລາປະມານ 1 ຊົ່ວໂມງ ຈິ່ງຮອດຕາດຈົງ. ລັກສະນະຂອງນ້ຳ ຕົກຕາດ ເປັນຕາດທີ່ເນີນ ຂຶ້ນໄປມີ 3 ພັກ. ສາມາດຂຶ້ນໄປອາບນ້ຳຫລິ້ນໄດ້ສະບາຍ. ຕາດນີ້ມີຄວາມສູງ ປະມານ 35 ແມັດ ແລະ ກວ້າງປະມານ 25 ແມັດ, ມີນ້ຳໃສໄຫລຕະຫຼອດປີ ເປັນຕາດທີ່ສວຍງາມ ເໝາະສົມໃນການພັດທະນາເປັນສະຖານທີ່ທ່ອງທ່ຽວ ທີ່ສຳຄັນອີກແຫ່ງ ໜຶ່ງຂອງແຂວງອຸດົມໄຊ ໃນອະນາຄົດອັນໃກ້ໆນີ້.
ຕາດຫ້ວຍໄຄ້ ບ້ານຜາວີ ເມືອງຫຼາ. (ອຸດົມໄຊ)
ຕາດຫ້ວຍໄຄ້ ບ້ານຜາວີ ຕັ້ງຢູ່ຫ່າງຈາກເທດສະບານ ເມືອງຫຼາ ປະມານ 12 ກິໂລແມັດ, ເປັນຕາດທີ່ສວຍງາມ ເໝາະສຳລັບການໄປທ່ຽວຊົມ ແລະອາບນ້ຳຫຼິ້ນຕາກອາກາດ. ຕາດນີ້ ຕັ້ງຢູ່ໃກ້ກັບ ບ້ານຜາວີ, ສະພາບເສັ້ນທາງເຂົ້າເຖິງ ເປັນເສັ້ນທາງດິນແດງ (ລະດູຝົນທ່ຽວລຳບາກ) ລັກສະນະຂອງຕາດ ເປັນຕາດສອງພັກເນີນຂຶ້ນໄປ ແລະ ມີອ່າງອາບຢູ່ພັກລຸ່ມ ແລະ ພັກເທິງ. ຕາດນີ້ ໄດ້ຕິດພັນກັບວົງຈອນ ການທ່ອງທ່ຽວຍ່າງປ່າ ຂອງພະແນກທ່ອງທ່ຽວແຂວງ. ຕາມການບອກເລົ່າ ຂອງທ່ານນາຍບ້ານໆ ຜາວີວ່າ: ຕາດຫ້ວຍໄຄ້ ແມ່ນຮຽກຕາມຊື່ຂອງຫ້ວຍ ເຊິ່ງຫ້ວຍດັ່ງກ່າວຊື່ວ່າ ຫ້ວຍໄຄ້ ຍ້ອນແຕ່ກ່ອນຫ້ວຍນີ້ ມີກົກໄຄ້ຫຼາຍ. ດ້ວຍເຫດນັ້ນ, ຈຶ່ງພາກັນເອີ້ນວ່າ ຕາດຫ້ວຍໄຄ້ ເຖິງປະຈຸບັນ. ໃນປີ 2005 ພະແນກທ່ອງທ່ຽວແຂວງ ໄດ້ລົງສຳຫຼວດ ເອົາຕາດດັ່ງກ່າວ ເປັນກິດຈະກຳໜຶ່ງ ໃນການເຊື່ອມຕໍ່ ກັບລາຍການທ່ອງທ່ຽວ ຍ່າງປ່າຊົມທຳມະຊາດ ລາຍການ 3 ວັນ, ລາຍການ 2 ວັນ ແລະ ລາຍການ 1 ວັນທ່ຽວຊົມຕາດ ຕາມເງື່ອນໄຂ ແລະ ຄວາມຕ້ອງການ ຂອງນັກທ່ອງທ່ຽວ. ປະຈຸບັນ ບໍລິສັດຂຸດຄົ້ນແຮ່ທາດ ໄດ້ທະລຸທາງລົດ ສຳຮອງເຂົ້າໄປ ເຖິງບ້ານແລ້ວ.
ນ້ຳຕົກຕາດດວງດາວ ເມືອງຮຸນ. (ອຸດົມໄຊ)
ນ້ຳຕົກຕາດດວງດາວ ຕັ້ງຢູ່ຫ່າງຈາກເທດສະບານ ເມືອງຮຸນ ປະມານ 12 ກິໂລແມັດ, ຈາກບ້ານນ້ຳລຽນເຖິງຕາດ ປະມານ 4 ກິໂລແມັດ. ເປັນທາງປູດິນແດງ. ເປັນຕາດທີ່ສວຍງາມ, ສູງປະມານ 70 ແມັດ. ຈຸດເດັ່ນຂອງ ນ້ຳຕົກຕາດແຫ່ງນີ້ ແມ່ນມີຕົ້ນໄມ້ໃຫຍ່ ເປັນປ່າດົງດິບ, ທິວທັດທຳມະຊາດ ທີ່ສວຍງາມ, ທ່ຽວຊົມຫ້ວຍນ້ຳທົບສອກ, ທ່ຽວຊົມເບິ່ງຕາດຄັບ ຫຼື ວ່າຕາດແຄບ ເຊິ່ງເປັນນ້ຳຕົກຕາດ ທີ່ນ້ອຍແຕ່ສວຍງາມ ປະກອບມີ 3 ຕາດນ້ອຍລຽນກັນ, ລວງສູງແຕ່ລະຕາດ ປະມານ 5 ແມັດ, ຈາກຕາດແຄບ ໄປຫາຕາດດວງດາວ ປະມານ 4 ເຖິງ 5 ນາທີ ແລະ ຊົມວິຖີຊີວິດ ຂອງຊາວບ້ານນ້ຳພູນ ແລະ ບ້ານນ້ຳລຽນ.
ນ້ຳຕົກຕາດແຫ່ງນີ້ ຕັ້ງຢູ່ລະຫວ່າງເຂດຊາຍແດນ ບ້ານນ້ຳພູນ ແລະ ບ້ານນ້ຳລຽນ ແລະ ຕິດກັບນ້ຳຫ້ວຍສອກ. ຕາມການເລົ່າຈາກລຸ້ນສູ່ລຸ້ນ ຫຼື ເລົ່າປາກຕໍ່ປາກ ສືບຕໍ່ໆກັນມາວ່າ ນ້ຳຕົກຕາດແຫ່ງນີ້ ໃນເມື່ອກ່ອນ ປະຊາຊົນທ້ອງຖິ່ນ ເຂດບ້ານນ້ຳພູນ, ນ້ຳລຽນພາກັນເອີ້ນວ່າ: “ວັກຮີມີ້ນ” ພາສາກຶມມຸ ພາສາລາວແປວ່າ: ຕາດດວງດາວ ຍ້ອນວ່າປະຊົນທ້ອງຖິ່ນ ເຂດດັ່ງກ່າວ ໃນເມື່ອກ່ອນ ໄດ້ດຳລົງຊີວິດ ທຳມາຫາກິນ ຂອບເຂດຫ້ວຍນ້ຳທົບສອກ ແລະ ຕາດ. ເມື່ອຫຼຽວຂຶ້ນເບິ່ງເທິງຕາດ ກໍ່ເຫັນທ້ອງຟ້າ ພ້ອມທັງເຫັນດວງດາວ. ດັ່ງນັ້ນ, ປະຊາຊົນ ເຂດນ້ຳພູນ, ນ້ຳລຽນ ຈຶ່ງພາກັນເອີ້ນວ່າ: “ຕາດດວງດາວ”.
ຕາດຫ້ວຍເລີຍ ບ້ານສົມພອນ ເມືອງຮຸນ. (ອຸດົມໄຊ)
ນ້ຳຕົກຕາດແຫ່ງນີ້ ຕັ້ງຢູ່ບ້ານສົມພອນ ຫ່າງຈາກເທດສະບານ ເມືອງຮຸນ ປະມານ 8 ກິໂລແມັດ, ສະພາບເສັ້ນທາງເຂົ້າເຖິງ ເປັນເສັ້ນທາງດິນແດງ. ນ້ຳຕົກຕາດແຫ່ງນີ້ ໄຫຼມາຈາກ ນ້ຳອອກຮູນ້ຳທູນ ເຂດບ້ານນ້ຳພູນ. ຈຸດເດັ່ນຂອງຕາດ ດັ່ງກ່າວນີ້ ມີຕົ້ນໄມ້ໃຫຍ່, ຫ້ວຍນ້ຳ, ພູຜາ, ສັດສາວາສິ່ງ ແລະ ຊີວະນາໆພັນ. ຕາດນີ້ ປະກອບມີ 3 ຊັ້ນລຽນກັນຂຶ້ນ.
ນ້ຳຕົກຕາດແຫ່ງນີ້ ໃນເມື່ອກ່ອນ ມີນ້ຳລອດອອກຈາກ ຮູຕາດ ເຊິ່ງໃນຮູນ້ຳມີ (ຄົກເງືອກ). ແຕ່ປະຈຸບັນ ບໍ່ມີແລ້ວ. ປະຊາຊົນທ້ອງຖິ່ນຢູ່ ໃນເຂດນີ້ ອາຊີບຕົ້ນຕໍ ທຳການກະສິກຳ, ໄດ້ຫຼາຍປີຜ່ານໄປ ເກີດມີໄພແຫ້ງແລ້ງທຸກປີ ປະຊາຊົນເຂດດັ່ງກ່າວ ໄດ້ເຊື່ອຖືຜີ ເລີຍພາກັນໄປຫຼິ້ນນ້ຳ ຫຼື ກວນນ້ຳໃນວັງນ້ຳລອດ ອອກຈາກຮູ ປະກົດວ່າ ມີຟ້າລົມ, ຝົນຕົກມາ. ຮອດໃນ ລະດູທຳການຜະລິດທຸກໆປີ ລະຫວ່າງ ເດືອນກໍລະກົດ ຫາ ເດືອນສິງຫາ ປະຊາຊົນທ້ອງຖິ່ນ ຈະກວນນ້ຳ ຫຼື ຫຼິ້ນນ້ຳເພື່ອ ໃຫ້ຝົນຕົກ. ສ່ວຍຄຳວ່າຕາດຫ້ວຍເລີຍນັ້ນ ແມ່ນ ເອີ້ນຕາມຊື່ຂອງ ນໍ້າຫ້ວຍເລີຍນັ້ນເອງ.

