ໜອງ​ຟ້າ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື ເປັນ​ໜຶ່ງ​ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ສະ​ເໜ່

ໜອງ​ຟ້າເປັນ​ໜຶ່ງ​ໃນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ສະ​ເໜ່​ທີ່​ສຸດ ໃນ​ປະ​ເທດ​ລາວ, ເປັນ​ໜອງ​ນ້ຳ​ໃຫຍ່ ຕັ້ງ​ຢູ່​ເທິງ​ພູ​ສູງ, ມີ​ນ້ຳ​ໃນ​ໜອງ​ເປັນ​ສີ “ມໍ​ລະ​ກົດ” ໃສ​ສະ​ອາດ ຄ້າ​ຍ​ຄື​ນ້ຳ​ທະ​ເລ ມີ​ຄວາ​ມ​ງົດ​ງາມ ແລະ ມະ​ຫັດ​ສະ​ຈັນ​ທີ່​ສຸດ. ໜອງ​ຟ້າ​ຖື​ກ​ຄົ້ນ​ພົບ​ຄັ້ງ​ທຳ​ອິດ​ໃນ​ປີ 1930 ໂດຍ​ນັກ​ທໍ​ລະ​ນີ​ສາດ​ຊາວ​ຝ​ຣັ່ງ. ໜອງ​ຟ້າ​ຕັ້ງ​ຢູ່​ເຂດ​ບ້ານ​ວັງ​ຕັດ ເມືອງ​ຊານ​ໄຊ ​ແຂວງ​ອັດ​ຕະ​ປື​, ຫ່າງ​ຈາກ​ເທດ​ສະ​ບານ​ແຂວງ​​ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ປະ​ມ​ານ 178 ກິ​ໂລແມັດ ແລະ ເປີດ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2004. ໜອງ​ຟ້າກວ້າງ​ປະ​ມານ 1 ກິ​ໂລ​ແມັດ​ມົນ​ທົນ, ມີ​ລະ​ດັບ​ຄວາມ​ສູງ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ ປະ​ມານ 1.200-1.500 ແມັດ, ມີ​ແປວ​ທາງ​ນ້ຳ​ໄຫລລົງ​ໃສ່​ນ້ຳ​ເຊ​ກະ​ໝານ, ນອນ​ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງດົງ​ອຳ​ພາມ ໃນ​ພື້​ນ​ທີ່​ຫົວ​ພູ​ຈຸ້ມ​ເຂົ້າ​ຫາ​ກັນ​ໃກ້​ຊາຍ​ແດນ​ລາວ-ຫວຽດ​ນາມ, ການ​ກຳ​ເນີດ​ເກີດ​ຂຶ້ນ​ຂອງ​ໜອງ​ນ້ຳ​ມະ​ຫັດ​ສະ​ຈັນ​ແຫ່ງນີ້​ຍັງ​ມີ​ປິດ​ສະ​ໜາ ແລະ ມີ​ການ​ສັນ​ນິ​ຖານ​ແຕ​ກ​ຕ່າງ​ກັນ​ໄປ​ຄື: ນັກ​ຄົ້ນ​ຄວ້າ​ບາງ​ທ່ານ​ບອກວ່າ: ເປັນ​ໜອງ​ທີ່​ເກີດ​ຈາກ​ພູ​ໄຟ​ລະ​ເບີດ ເມື່ອ​ຫລາຍ​ລ້ານ​ປີ​ກ່ອນ, ແຕ່​ບາງ​ທ່ານບອກວ່າ​ເກີດ​ຂຶ້ນ​ຍ້ອນ​ການ​ຕົກ​ລົງ​ມາ​ຂອງ “ລູກ​ອຸ​ກາ​ບາດ”.
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ