ແຂວງໄຊສົມບູນ ຈັດພິທີປູກໄມ້ ໂອກາດວັນປູກໄມ້ແຫ່ງຊາດ

ແຂວງໄຊສົມບູນ ໄດ້ຈັດພິທີປູກໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມີຖຸນາ ກໍຄື ວັນເດັກນ້ອຍສາກົນ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ ແລະ ພິເສດ ມີທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານນາຍຍົກລັດຖະມົນຕີ ທັງເປັນປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາ ພ້ອມດ້ວຍການນໍາແຂວງ ແລະ ພະນັກງານພະແນກການຕ່າງໆພ້ອມ ການນໍາເມືອງຮົ່ມເຂົ້າຮ່ວມເປັນນຈຳນວນຫລວງຫລາຍ.

ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ກ່າວໃນພິທີວ່າ: ການປູກໄມ້ ດັ່ງກ່າວກໍເພື່ອສົ່ງເສີ່ມການປູກໄມ້ປະດັບຕົວເມືອງ ໃຫ້ມີຄວາມສວຍສົດງົດງາມເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ທົ່ວປະເທດ ໃຫ້ໄດ້ 70 % ໃນປີ 2020 ແລະເປັນການປູກຈິດສໍານຶກໃຫ້ລູກຫຼານຮຸ່ນໃໝ່ ກໍຄືນ້ອງນ້ອຍເຍົາວະຊົນໃຫ້ຮູ້ຈັກຄຸນຄ່າ ແລະ ຮູ້ປົົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ.

ການປູກໄມ້ເທື່ອນີ້ ແມ່ນປູກລຽບຕາມສອງຟາກທາງເບຕົງ ຖະໜົນໄຊຊະນະ ແລະ ຖະໜົນເພຍຫລວງ, ຊຶ່ງເບ້ຍໄມ້ທີ່ນໍາມາປູກມີ: ເບ້ຍດອກກະເຈ້ຍ, ເບ້ຍໝາກອາໂວກະໂດ, ເບ້ຍໄຮ ແລະ ຕົ້ນດອກບານ ລວມທັງໝົດ 1.500 ເບ້ຍ ໂດຍແມ່ນພະແນກກະສິກຳ ແລະ ປ່າໄມ້ ແຂວງ ເປັນຜູ້ສະໜອງ ໃນມູນຄ່າ 124 ລ້ານກ່ວາກີບຊຶ່ງ ໄດ້ຮັບການສະໜັບສະໜູນຈາກອົງຄະນະພັກ ແຂວງໄຊສົມບູນ. ຊຶ່ງໄດ້ມອບໝາຍໃຫ້ແຕ່ລະພະແນກ, ອົງການ ແລະ ກົມກອງຕ່າງໆ ຈັດສັນສະຖານທີ່ປູກ ຕາມຂອບເຂດຄວາມຮັບຜິດຊອບຂອງໃຜລາວ ຢ່າງລະອຽດ ເພື່ອຮັບປະກັນເຮັດໃຫ້ການປູກ ມີປະສິດທິຜົນສູງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ