ເຈົ້າແຂວງຈຳປາສັກ ລົງຕິດຕາມໃຫ້ກຳລັງໃຈປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄຟໄໝ້ເຮືອນ ຢູ່ບ້ານສະໝິງ ເມືອງປະທຸມພອນ

ແຫລ່ງຂ່າວແຂວງຈຳປາສັກ ລາຍງານວ່າ: ວັນທີ 3 ມີນາ 2023, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳອົງການປົກຄອງ, ສະພາປະຊາຊົນແຂວງຈຳປາສັກ ໄດ້ລົງຢ້ຽມຢາມຖາມຂ່າວ ໃຫ້ກຳລັງໃຈປະຊາຊົນ ພ້ອມທັງຕິດຕາມສະພາບ ຈາກເຫດການອັກຄີໄພ ໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ໃນວັນທີ 2 ມີນາຜ່ານມາ. ເຊິ່ງມີຈຳນວນບ້ານເຮືອນປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ 28 ຫລັງຄາເຮືອນ, ລວມມູນຄ່າເສຍຫາຍ ເບື້ອງຕົ້ນ 3,68 ຕື້ກວ່າກີບ.

ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ ໄດ້ລາຍງານສະພາບຜົນເສຍຫາຍ ໂດຍອີງຕາມການລົງເກັບກຳຂໍ້ມູນເບື້ອງຕົ້ນຂອງຄະນະກຳມະການຕ້ານ, ຄວບຄຸມ ແລະ ຕອບໂຕ້ໄພພິບັດຂັ້ນເມືອງວ່າ: ໃນເວລາ ປະມານ 10:55 ໂມງ ຂອງວັນທີ 2 ມີນາ 2023, ໄດ້ເກີດອັກຄີໄພ ໄຟໄໝ້ເຮືອນຂອງປະຊາຊົນ ຢູ່ ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ມີຈຳນວນຄອບຄົວເສຍຫາຍທັງໝົດ 28 ຫລັງຄາ, ໃນນັ້ນມີ 16 ຫລັງ ແມ່ນເສຍຫາຍ 100% ແລະ ເສຍຫາຍເລັກໜ້ອຍມີ 12 ຫລັງ ລວມມູນຄ່າເສຍຫາຍ ເບື້ອງຕົ້ນ 3,68 ຕື້ກວ່າກີບ. ການຈັດຕັ້ງຄຸ້ມຄອງໃນໄລຍະເກີດເຫດເບື້ອງຕົ້ນ ແມ່ນໄດ້ນຳເອົາເຄື່ອງບັນເທົາທຸກ ນ້ຳດື່ມ, ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ປະຊາຊົນພາຍໃນບ້ານ ແລະ ປັດຈຸບັນ, ມີຫລາຍພາກສ່ວນໄດ້ເດີນທາງມາຊ່ວຍເຫລືອສິ່ງຂອງຈຳເປັນ ເພື່ອບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນ ມີທັງ ເງິນສົດ ແລະ ເຄື່ອງໃຊ້ ລວມມູນຄ່າທັງໝົດ 141 ລ້ານກວ່າກີບ.

ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ກຳລັງໃຈປະຊາຊົນ ໂດຍຊົມເຊີຍການນຳກຸ່ມບ້ານ, ປະຊາຊົນທີ່ໄດ້ພ້ອມໃຈກັນແກ້ໄຂບັນຫາທີ່ເກີດຂື້ນ, ພ້ອມທັງສະແດງຄວາມເສົ້າໂສກເສຍໃຈ ແລະ ຂໍໃຫ້ປະຊາຊົນມີຄວາມອຸ່ນອ່ຽງທຸ່ນທ່ຽງ, ຈາກເຫດການດັ່ງກ່າວ ທ່ານເຈົ້າແຂວງຈຳປາສັກ ໄດ້ຊີ້ນຳໃຫ້ທ່ານຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໃນນາມຜູ້ປະຈຳການ ຄະນະກຳມະການຕ້ານ, ຄວບຄຸມ ແລະ ຕອບໂຕໄພພິບັດຂັ້ນແຂວງ ສົມທົບກັບ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງກວດກາຄືນໃໝ່ເຖິງຜົນເສຍຫາຍຕີເປັນມູນຄ່າເບື້ອງຕົ້ນຄືນຢ່າງລະອຽດ, ກຳນົດບູລິມະສິດສິ່ງຂອງບັນເທົາທຸກ ທີ່ຈໍາເປັນ ແລະ ກຳນົດຂັ້ນຕອນຕໍ່ໜ້າທີ່ຈະແກ້ໄຂບັນຫາສະຖານຢ່າງເໝາະສົມ ແລະ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ຮີບດ່ວນແກ້ໄຂ ການອອກແບບການກໍ່ສ້າງ ບ້ານຫລັງໃໝ່ໃຫ້ແກ່ປະຊາຊົນ ຢ່າງມີຄວາມໝັ້ນຄົງຖາວອນ. ພ້ອມນັ້ນ ແຂວງຕ້ອງໄດ້ມີການຈັດສັນພື້ນຖານໂຄ່ງລ່າງ, ການຕັດຕາຜ້າ, ມາດຖານຂອງບ້ານໃໝ່ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ເອົາໃຈໃສ່ບັນຫາເລື່ອງສຸຂະອະນາໄມ ສິ່ງອຳນວຍຄວາມສະດວກ ທີ່ ປັດໄຈຫລັກ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ.