ໜ້າກາກອະນາໄມພັດເຂົ້າໄປໃນຝັ່ງທະເລ Australia

ກຳປັ່ນຂົນສົ່ງ APL England ໄດ້ເຮັດຕູ້ຄອນແຕນເນີ ຕົກລົງໃນເຂດທະເລຕາເວັນອອກ ໃນມື້ວັນທີ 24 ພຶດສະພານີ້,  ໃນຂະນະທີ່ກຳລັງເດີນທາງຈາກ ຈີນໄປ Melbourne. ຕູ້ຄອນແຕນເນີທີ່ຕົກອອກຈາກກຳປັ່ນນັ້ນ ມີສິນຄ້າຫຼາຍຢ່າງເຊັ່ນ: ເຄື່ອງໃຊ້ສອຍ, ວັດສະດຸກໍ່ສ້າງ ແລະ ອຸປະກອນການແພດ.

ເຈົ້າໜ້າທີ່ຄວາມປອດໄພທາງທະເລ (AMSA) ໄດ້ຮັບການລາຍງານວ່າມີໜ້າກາກອະນາໄມໄດ້ພັດຜ່ານເຂົ້າມາຝັ່ງທະເລ Magenta ແລະThe Entrance ຢູ່ທາງທິດເໜືອຂອງ Sydney ເປັນຈຳນວນຫຼວງຫຼາຍ.

ຫົວໜ້າ AMSA Allan Schwartz ໃຫ້ຮູ່ວັນທີ 26 ພືດສະພານີ້ວ່າ: “ວັດຖຸທີ່ພັດຜ່ານເຂົ້າໄປໃນຝັ່ງທະເລນັ້ນ ແມ່ນສອດຄ່ອງກັບສິນຄ້າທີ່ລະບຸໄວ້ໃນໃບບິນລາຍການເຄື່ອງ ໃນກຳປັ່ນລຳດັ່ງກ່າວ”.

ອົງການທາງທະເລຂອງ New South Walesກຳລັງໃຫ້ຄຳປຶກສາຕໍ່ສະມາຄົມຝັ່ງທະເລລະຫວ່າງ Sydney ແລະ Gosford ເພື່ອກຳຈັດກັບຕູ້ຄອນແຕນເນີ ແລະ ສິນຄ້າໃນກຳປັ່ນລຳດັ່ງກ່າວ.

ວັນທີ 27 ພຶດສະພານີ້, ປະຊາຊົນໄດ້ໄປເກັບກູ້ເສດສິ່ງຂອງດັ່ງກ່າວ ເພາະຢ້ານມີຜົນກະທົບຕໍ່ສິນທາງທະເລຂອງທ້ອງຖິ່ນ.

ອົງການຂອງ AMSA ໄດ້ໃຫ້ຄຳສັງເກດໃນວັນທີ 27 ພຶດສະພານີ້ວ່າ ບໍ່ຮູ້ວ່າກຳປັ່ນ  APL England ຈະໄປເຖິງ Brisbane ໄດ້ດ້ວຍຄວາມປອດໄພ ລື້ ບໍ່.

ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ Zingnews.vn)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ