ຈີນໄຟຂຽວວັກຊີນໂຄວິດ-19 ຊະນິດສີດໃສ່ດັງ ເຂົ້າຮັບການທົດລອງທາງຄລີນິກ

ວັນທີ 10 ກັນຍາ, ມະຫາວິທະຍາໄລຮົງກົງໄດ້ອອກຖະແຫລງການວ່າ: ການທົດລອງທາງຄລີນິກຂອງວັກຊີນແບບສະເປສີດໃສ່ດັງສຳລັບພະຍາດໂຄວິດ-19 ເຊິ່ງພັດທະນາຮ່ວມກັນ ໂດຍຂະແໜງວິຊາຈຸລະຊີວະວິທະຍາ ຂອງມະຫາວິທະຍາໄລ ແລະ ສະຖາບັນໃນຈີນ ໄດ້ຮັບການອະນຸມັດແລ້ວ.
ຫ້ອງປະຕິບັດການສຳຄັນແຫ່ງລັດຂອງພະຍາດຕິດເຊື້ອອຸບັດໃໝ່ ໄດ້ດຳເນີນງານດ້ານວັກຊີນຊະນິດນີ້ກັບມະຫາວິທະຍາໄລເຊຍເໝິນ ແລະ ຮ້ານຂາຍຢາຊີວະພາບປັກກິ່ງວ່ານໄທ.
ວັກຊີນດັ່ງກ່າວເປັນວັກຊີນໂຄວິດ-19 ຊະນິດສີດໃສ່ດັງຊະນິດທຳອິດທີ່ໄດ້ຮັບການອະນຸມັດ ໂດຍສຳນັກງານບໍລິຫານອາຫານ ແລະ ຢາແຫ່ງຊາດຈີນ (NMPA) ສຳລັບການທົດລອງທາງຄລີນິກໃນມະນຸດ.
ມະຫາວິທະຍາໄລຮົງກົງລະບຸໃນຖະແຫລງການວ່າ: ວັກຊີນຊະນິດນີ້ໄດ້ຮັບຄັດເລືອກໃຫ້ເປັນ 1 ໃນ 5 ເຕັກໂນໂລຊີວັກຊີນທີ່ຈະມີການປະເມີນຜົນຕໍ່ໄປ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

