ແມັກເປົ້າໝາຍໃໝ່ຂອງມັລແວຄ່າໄຖ່ ແລະ ສະປາຍແວ

ຜູ້ຊ່ຽວຊານເຕືອນຜູ້ໃຊ້ຄອມພິວເຕີແມັກໃຫ້ເພີ່ມຄວາມລະມັດລະວັງ ເພາະກຳລັງຕົກເປັນເປົ້າໝາຍການໂຈມຕີຂອງມັລແວໃໝ່ໆຫລາຍຊະນິດທີ່ຖືກສ້າງຂຶ້ນເພື່ອມຸ່ງເປົ້າຄອມພິວຕີຂອງບໍລິສັດແອບເປິລໂດຍສະເພາະ.
ຜູ້ຊ່ຽວຊານດ້ານຄວາມປອດໄພທາງຄອມພິວເຕີຈາກບໍລິສັດ Fortinet ແລະ AlienVault ເປັນຜູ້ກວດພົບມັລແວຊະນິດໃໝ່ທີ່ມຸ່ງເປົ້າໂຈມຕີຄອມພິວເຕີແມັກ ໂດຍຊະນິດໜຶ່ງເປັນ ມັລແວເອີ້ນຄ່າໄຖ່ (ransomware) ທີ່ຈະເຂົ້າລະຫັດໄຟລ໌ສຳຄັນຂອງເຄື່ອງ ເພື່ອເອີ້ນເງິນເພື່ອປົດລັອກຂໍ້ມູນ, ສ່ວນອີກຊະນິດເປັນສະປາຍແວ (spyware) ທີ່ລັກເຂົ້າໄປເບິ່ງຂໍ້ມູນຂອງຜູ້ໃຊ້ແລ້ວລັກເອົາຂໍ້ມູນທີ່ມີຄ່າໄປ. ຜູ້ຊ່ຽວຊານຊີ້ວ່າ: ນີ້ເປັນໄພຄຸກຄາມທີ່ອັນຕະລາຍ ເພາະຜູ້ສ້າງມັລແວເຫລົ່ານີ້ເປີດໃຫ້ຄົນທົ່ວໄປສາມາດເອົາໄປໃຊ້ວຽກໄດ້ຟຣີ ແລ້ວເອົາເງິນຄ່າໄຖ່ທີ່ໄດ້ມາແບ່ງກັນ.
+ ເຕືອນລະວັງມັລແວທີ່ເຈາະລະບົບອາດດັດແປງ ປັ່ນປ່ວນໂຄງສ້າງພື້ນຖານທົ່ວໂລກ
+ ນັກວິໄຈອັງກິດປົດສະນວນມັລແວຣ໌ເອີ້ນຄ່າໄຖ່ ຢຸດການແຜ່ລະບາດທົ່ວໂລກ
ມັລແວທັງສອງຊະນິດຖືກຜູ້ຊ່ຽວຊານຈາກ Fortinet ແລະ AlienVault ກວດພົບໃນເຄືອຂ່າຍເວບມືດ “Tor” ໂດຍ Fortinet ລະບຸວ່າ: ຜູ້ຢູ່ເບື້ອງຫລັງມັລແວທັງສອງຊະນິດເປັນວິສະວະກອນຊັອບແວມືອາຊີບປະສົບການສູງ. ຜົນການວິເຄາະພົບວ່າ: ເຖິງວ່າມັລແວເອີ້ນຄ່າໄຖ່ຊະນິດນີ້ຈະມີຄວາມສັບຊ້ອນໃນການເຂົ້າລະຫັດຂໍ້ມູນໜ້ອຍກວ່າມັລແວອື່ນທີ່ມຸ່ງເປົ້າໂຈມຕີຄອມພິວເຕີທີ່ໃຊ້ລະບົບວິນໂດສ, ແຕ່ມີປະສິດທິພາບໃນການເຂົ້າລະຫັດຂໍ້ມູນຂອງເຫຍື່ອ ແລະ ຫລີກເວັ້ນການປ້ອງກັນການເຂົ້າເຖິງໄຟລ໌ສຳຄັນໄດ້. ນອກຈາກນີ້ ເຈົ້າຂອງໄຟລ໌ທີ່ຕິດມັລແວແບບນີ້ອາດບໍ່ສາມາດກູ້ຂໍ້ມູນກັບຄືນມາໄດ້ ເພາະຜູ້ເອີ້ນຄ່າໄຖ່ມັກບໍ່ຄ່ອຍໃຫ້ກຸນແຈມາຖອດລະຫັດເພື່ອປົດລັອກໄຟລ໌.
ທ່ານ ອາມີ ລັກຄານີ ຈາກ Fortinet ແນະນຳວ່າ: ຜູ້ໃຊ້ຄອມພິວເຕີແມັກຄວນຮັບມືກັບໄພມັລແວເຫລົ່ານີ້ໂດຍການໝັ່ນອັບເດດຊັອບແວລຸ້ນຫລ້າສຸດ ແລະ ໃຫ້ລະວັງຂໍ້ຄວາມທີ່ໄດ້ຮັບທາງອີເມລ “ໄພຈາກມັລແວເອີ້ນຄ່າໄຖ່ກຳລັງເພີ່ມຫລາຍຂຶ້ນ, ເຖິງວ່າສ່ວນແບ່ງການຕະຫລາດຂອງຄອມພິວເຕີຄ່າຍນີ້ຈະບໍ່ໃຫຍ່, ແຕ່ບັນດາຜູ້ເຈາະລະບົບຮູ້ດີວ່າຂໍ້ມູນໃນຄອມພິວເຕີແມັກມີມູນຄ່າສູງ” ທ່ານ ລັກຄານີ ກ່າວ.

