ທັງປົວມະເຮັງທັງປິ່ນປົວໂຄວິດ-19

ໂດຍ: ລູກເມືອງພວນ

ເຈົ້າຄອງນະຄອນ Sao Paulo ປະເທດ Brazil ທ່ານ Bruno Covas ທັງປົວມະເຮັງ ທັງ ປິ່ນປົວໂຄວິດ-19.

ວັນທີ 26 ກຸມພາຜ່ານມານີ້, ເຈົ້າຄອງນະຄອນ Bruno Covas ອາຍຸ 40 ປີ, ຈະບໍ່ມີວັນລືມໄດ້ສິ່ງທີ່ເກີດຂຶ້ນກັບຕົວທ່ານເອງ, ນັ້ນກໍຄື ທັງປົວມະເຮັງ ທັງເປັນຜູ້ຕິດເຊື້ອໄວຣັສໂຄວິດ-19 ຄົນທຳອິດໃນນະຄອນ Sao Paulo.

ເຖິງແມ່ນວ່າເຂົາຈະປ່ວຍເຖິງຂັ້ນຈ່ອຍຜອມ ແລະ ຜົມຫຼົ່ນກໍຕາມ ແຕ່ເຂົາກໍຍັງພະຍາຍາມຊີ້ນຳ ນາທີຕໍ່ນາທີ ໃນການຕ້ານພະຍາດໂຄວິດ-19.

ທ່ານໄດ້ວາງມາດຕະການ ໃຫ້ປະຊາຊົນຢູ່ໃນເຮືອນ, ສັ່ງປິດໂຮງຮຽນ ແລະ ບັນດາກິດຈະການທຸລະກິດທີ່ບໍ່ຈຳເປັນ ແລະ ເຂົາຍັງເປັນຜູ້ຕໍ່ຕ້ານແຜນການຂອງປະທານາທິບໍດີ Jair Bolsonaroທີ່ກ່າວຫາວ່າສື່ມວນຊົນເປັນຜູ້ເປົ່າເລື່ອງໂຄວິດ-19 ໃຫ້ມັນໃຫ່ຍຂຶ້ນ.

ເຂົາກ່າວວ່າ: ການຕໍ່ສູ້ທີ່ໃຫ່ຍທີ່ສຸດຂອງເຂົາໃນເວລານີ້ ກໍຄືເຮັດແນວໃດຈຶ່ງຈະໃຫ້ປະຊາຊົນໃນເມືອງຫຼວງຂອງ Brazil ປະຕິບັດການກັກຕົວຢູ່ໃນເຮືອນໄດ້ ເພາະ Sao Paulo ແມ່ນສູນກາງເສດຖະກິດຂອງ Brazil ແລະ ມີຜູ້ປະຕິບັດກັກຕົວຢູ່ໃນເຮືອນພຽງແຕ່ 6 ລ້ານຄົນເທົ່ານັ້ນ.

ປັດຈຸບັນ Brazil ມີຜູ້ຕິດເຊື້ອທັງໝົດ 376,669 ກໍລະນີ, ເສຍຊີວິດ 23,522 ຄົນ ແລະ ປິ່ນປົວດີ 153,833 ຄົນ, ຢູ່ອັນດັບທີ 2 ຂອງໂລກ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ