ເກັບຖົງເງິນຕົກເຮ່ຍຢູ່ກາງທາງ 1 ລ້ານໂດລາ ສົ່ງຄືນເຈົ້າຂອງເດີມ

ໂດຍ: ລູກເມືອງພວນ

ຄອບຄົວຂອງ Schantz  ສະຫະລັດອາເມລິກາ ໄດ້ຮັບຄຳຍົກຍ້ອງຊົມເຊີຍຈາກເຈົ້າໜ້າທີ່ຕຳຫຼວດ ເມື່ອສົ່ງຖົງເງິນທີ່ເກັບໄດ້ຢູ່ກາງທາງມອບໃຫ້ເຈົ້າໜ້າທີ່.

ວັນທີ 16 ພຶດສະພານີ້, ໃນຂະນະທີ່ກຳລັງຂັບລົດກັບບ້ານຢູ່ທີ່ ຄຸ້ມ Caroline ລັດ Virginia ຂອງສະຫະລັດ, Emily Schantz ພ້ອມກັບຜົວ ແລະ ລູກ 2 ຄົນ ພົບເຫັນຖົງສີຂາວ 2 ໜ່ວຍຕົກເຮ່ຍຢູ່ກາງທາງ.

ເບື້ອງຕົ້ນພວກເຂົາຄິດວ່າ ຖົງຂີ້ເຫຍື້ອ, ຈຶ່ງໄດ້ເກັບເອົາຖົງ 2 ອັນໂຍນຂຶ້ນກະບະລົດ ແລ້ວ ກໍເດີນທາງຕໍ່. ຫຼັງຈານັ້ນສອງສາມຊົ່ວໂມງພວກເຂົາໄຂເບິ່ງ ກໍເຫັນເງິນ 1 ລ້ານໂດລາ.

ຫຼັງຈາກນັ້ນຄອບຄົວຂອງ Schantz ກໍໂທສາຍຫາເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນທັນທີ ເພື່ອມອບເງິນຈຳນວນເງິນດັ່ງກ່າວໃຫ້ເຈົ້າໜ້າທີ່.

ເຈົ້າໜ້າທີ່ກຳລັງດຳເນີນການກວດສອບວ່າເງິນຈຳນວນນີ້ມີທີ່ໄປທີ່ມາແນວໃດ.

ວັນທີ 18 ພຶດສະພານີ້, ທ່ານ Scott Moser ຫົວໜ້າພະແນກຕຳຫຼວດຄຸ້ມ  Calorine ໄດ້ໄປຢາມຄອບຄົວຂອງ Schantz  ແລະ ໄດ້ຍ້ອງຍໍຊົມເຊີຍ ເພາະພວກເຂົາມີນໍ້າໃຈທີ່ຈົບງາມ.

ທ່ານ Moser ເວົ້າວ່າ: “ບໍ່ແມ່ນວ່າຜູ້ໃດກໍມີນໍ້າໃຈບໍລິສຸດພໍທີ່ຈະສົ່ງເງິນ 1 ລ້ານໂດລາຄືນໄດ້, ພວກເຮົາສຸດທີ່ພາກພູມໃຈຕໍ່ພົນລະເມືອງດີຂອງຄຸ້ມພວກເຮົາ”.

ໃນຂະນະດຽວກັນ Emily Schantz ກໍເວົ້າວ່າ ຄອບຄົວຂອງພວກເຮົາ ເຮັດແຕ່ແນວດີ, ເຂົາຢືນຢັນວ່າ ບໍ່ວ່າແຕ່ໃຜຖ້າຫາກເກັບເງິນໄດ້ເປັນຈຳນວນຫຼາຍຄືແນວນີ້ ແລ້ວ ເຊື່ອງອຳເອົາເປັນຂອງຕົນ ເປັນພຶດຕິກຳທີ່ບໍ່ດີເລີຍ. ເຂົາເວົ້າວ່າ: “ຈົ່ງເຮັດແຕ່ສິ່ງທີ່ຖືກຕ້ອງ ຕ້ອງສົ່ງເງິນຄືນ ເພາະມັນບໍ່ແມ່ນຂອງຕົນເອງ”.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ