ໂຣມາ ແຕ່ງຕັ້ງ ຟຣານເຊສໂກ ຄຸມທີມແລ້ວ

ສະໂມສອນ ອາແອສ ໂຣ ມາ ປະກາດແຕ່ງຕັ້ງ ຢູເຊບິໂອ ຟຣານເຊສໂກ ເປັນຜູ້ຈັດການ ທີມຄົນໃໝ່ຮຽບຮ້ອຍແລ້ວ ເຊັນ ສັນຍາ 2 ປີ.
ຟຣານເຊສໂກ ອາຍຸ 47 ປີ ຈະເຂົ້າມາຄຸມທີມ ໂຣມາ ແທນ ລູ ຊາໂນ ສະປັລເລັດຕິ ທີ່ຍ້າຍໄປຄຸມ ທີມ ອິນເຕີ ມິລານ ໂດຍລະດູການ 2016-17 ຜ່ານມາ ລາວເອງ ພາ ຊາສຊູໂອລາ ຄວ້າອັນດັບ 12 ໃນຕາຕະລາງຄະແນນ ເຊເຣຍ ອາ.
“ຂ້ອຍມີຄວາມສຸກຫຼາຍທີ່ ໄດ້ກັບມາ ໂຣມາ ແລະ ໄດ້ເປັນ ຜູ້ຈັດການໃຫ້ກັບສະໂມສອນທີ່ມີຄວາມໝາຍຫຼາຍສຳລັບຂ້ອຍ ຂ້ອຍຂໍຂອບໃຈປະທານ ປັລລ໊ອດ ຕ້າ ແລະ ຜູ້ບໍລິຫານທຸກໆຄົນ ສຳ ລັບໂອກາດນີ້ ຂ້ອຍຈະທຸ່ມເທເຮັດ ທຸກຢ່າງ ເພື່ອເຮັດໃຫ້ແນ່ໃຈວ່າ ທີມນີ້ຈະໄດ້ຮັບຜົນການແຂ່ງຂັນທີ່ເໝາະສົມ” ຟຣານເຊສໂກ ເປີດ ໃຈ.