ລີເວີພູລ ກຽມຕໍ່ສັນຍາ ຊາລາ ພ້ອມເພີ່ມຄ່າເມື່ອຍເປັນລາງວັນປອບໃຈ ຫລັງນັກເຕະພາທີມຕົກຮອບບານໂລກ 2022

ແຟນບານລີເວີພູລຊື່ນອົກຊື່ນໃຈເປັນພິເສດ ຫລັງມີລຍງານຂ່າວວ່າ ໂມຮາເຫມັດ ຊາລາ ກຽມຕໍ່ສັນຍາແລ້ວ ເຊິ່ງມີ 2 ປັດໄຈສຳຄັນທີ່ເຮັດໃຫ້ການເຈລະຈາໃກ້ສຳເລັດ.
‘‘ ເດິ ມິຣເຣີ ’’ ສື່ືຊື່ດັງຂອງອັງກິດລາຍງານວ່າ ໂມຮາເຫມັດ ຊາລາ ພວມຈະຕົກລົງຕໍ່ສັນຍາກັບ ລີເວີພູລ ທີມຮອງຜູ້ນຳພຣີເມຍລີກ ອັງກິດ ທີ່ເຫລືອຢູ່ພຽງ 1 ປີແລ້ວ ຫລັງການເຈລະຈາແກ່ຍາວມາດົນ ແລະ ມີຂ່າວວ່າເຄີຍປະຕິເສັດຂໍ້ສະເຫນີຈາກລີເວີພູລ ທີ່ຍື່ນຄ່າເມື່ອຍສູງເຖິງອາທິດທິລະ 400,ປອນ ເມື່ອເດືອນທັນວາທີ່ຜ່ານມານຳອີກ.
ກ່ອນຫນ້ານີ້ມີລາຍງານວ່າ ຈອມຖະຫລົ່ມປະຕູ ອາຍຸ 29 ປີ ຕ້ອງການຄ່າເມື່ອຍທີ່ໃກ້ຄຽງກັບອາທິດລະ 500,000 ປອນ ເຊິ່ງເປັນລະດັບດຽວກັບ ຄຣິສຕຽນໂນ ໂຣນັລໂດ ດາວຍິງຂອງແມນເຊສເຕີ ຢູໄນເຕັດ ແຕ່ຫລ້າສຸດແຫລ່ງຂ່າວລະບຸວ່າລາວປ່ຽນໃຈແລ້ວ ໂດຍພ້ອມທີ່ຈະຕອບຮັບຄ່າຈ້າງຕາມເພດານທີ່ຜູ້ບໍລິຫານກຳນົດໃຫ້.
ເຖິງບໍ່ມີການເປີດເຜີຍຕົວເລກຄ່າເມື່ອຍ ແຕ່ມີລາຍງານວ່າ ຊາລາ ກຽມຕົກລົງຕໍ່ສັນຍາກັບ ລີເວີພູລ ອອກໄປອີກ 3 ປີ ພ້ອມສາມາດຂະຫຍາຍເພີ່ມອີກ 1 ປີ ເຊິ່ງເຮັດໃຫ້ລາວອາດປິດສາກອາຊີບໃນຖິ່ນແອນຟິລ ພ້ອມດັບຄວາມຫວັງຂອງບັນດາທີມໃຫຍ່ທີ່ຖ້າດຶງລາວໄປຮ່ວມງານ ທັງ ບາເຊໂລນາ, ເຣອັນ ມາດຣິດ ແລະ ປາຣີສ ແຊັງ ແຊັກແມັງ.
ສ່ວນປັດໄຈສຳຄັນທີ່ເຮັດໃຫ້ການເຈລະຈາຄັ້ງນີ້ຈະສຳເລັດດ້ວຍດີ ເນື່ອງຈາກ ລີເວີພູລ ເຂົ້າມາເວົ້າຖືກຈັງຫວະ ເຊິ່ງສະໂມສອນພ້ອມເພີ່ມຄ່າຈ້າງໃຫ້ ຊາລາ ເພື່ອເປັນການປອບໃຈທີ່ລາວຫາກໍຜິດຫວັງພາທີມອີຢິບຕົກຮອບບານໂລກ 2022 ຮອບສຸດທ້າຍ ລວເຖິງຄວາມຮັກ, ກຳລັງໃຈ ແລະ ການສະຫນັບສະຫນູນຈາກແຟນບານລີເວີພູລ ທີ່ມີໃຫ້ລາວມາໂດຍຕະຫລອດ.
ເວລານີ້ ຊາລາ ຮັບຄ່າເມື່ອຍສູງທີ່ສຸດເປັນອັນດັບ 2 ຂອງລີເວີພູລ ທີ່ອາທິດລະ 200,000 ປອນ ເປັນຮອງພຽງ ເຟີຈິລ ຟານ ໄດ ທີ່ໄດ້ອາທິດລະ 220,000 ປອນ ເຊິ່ງຕ້ອງຖ້າຄວາມຄືບຫນ້າວ່າດາວຍິງທີມຊາດອີຢິບຈະໄດ້ຄ່າຈ້າງເພີ່ມເປັນເທົ່າໃດ.

