35 ມື້ແລ້ວລາວເຮົາບໍມີກໍລະນີຕິດເຊື້ອໃຫມ່

ໃນວັນທີ 17 ພຶດສະພານີ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ແຈ້ງໃຫ້ຮູ້ ວ່າ: ມາຮອດວັນທີ16 ພຶດສະພານີ້, ກໍເປັນມື້ທີ 35 ແລ້ວ, ທີ່ລາວເຮົາບໍມີກໍລະນີຜູ້ຕິດເຊື້ອໃຫມ່, ພາຍຫລັງໄດ້ເກັບຕົວຢ່າງມາກວດທັງໝົດ 4. 451 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ແລະ ສາມາດປົວດີແລ້ວ 14 ຄົນ, ຊຶ່ງຍັງພຽງ 5 ຄົນທີ່ກຳລັງຕິດຕາມຢູ່ໂຮງຫມໍໍກໍມີອາການເບົາບາງດີຂຶ້ນປົກກະຕິ.
ສ່ວນສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ:ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 17 ພຶດສະພາ ນີ້ ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ), ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ຫລາຍກ່ວາ 4,71 ລ້ານຄົນ (ໃໝ່93,280ຄົນ), ມີຜູ້ເສຍຊິວິດ 312.305 (ໃໝ່4.151ຄົນ) ກວມເອົາ 6,62 % ຂອງຜູ້ຕິດເຊື້ອທັງໝົດ,ປີ່ນປົວຫາຍດີຫລາຍກ່ວາ 1,80 ລ້ານຄົນ ກວມເອົາ 38,3 % ຂອງຜູ້ຕິດເຊື້ອ ທັງໝົດ, ແຕ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີຫລາຍເຖິງ 21.331 ຄົນ ແລະ ເສຍຊີວິດກ່ວາ 1.000 ຄົນຕໍ່ມື້ ຖືວ່າຍັງມີການລະບາດເປັນວົງກ້ວາງຢູ່ໃນບາງປະ ເທດ, ຊຶ່ງສັງເກດເຫັນວ່າຍັງມີ ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6,62 % (ມື້ວານນີ້ 6,77 %).ໃນບັນດາກຸ່ມປະເທດອາຊຽນກໍຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ໃໝ່ສູງຄື: ສະເພາະວັນທີ 16 ພຶດສະພານີ້ມີ ສູງເຖິງ 465 ຄົນໃນມື້ດຽວ ແລະ ມີຜູ້ເສຍຊີວິດ 26 ຄົນຕໍ່ມື້.
ເມື່່ອມໍ່ໆມານີ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກໍໄດ້ອອກແຈ້ງການ ສະບັບເລກທີ່ 580/ຫສນຍ ລົງວັນທີ່ 15 ພຶດສະພາ, ເຊີ່ງມີ 9 ມາດຕະການຜ່ອນຜັນ ແລະ ຍັງ 4 ມາດຕະການໃຫ້ສືບຕໍ່ປະຕິບັດ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງ ເອົາໃຈໃສ່ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການດັ່ງກ່າວໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດສະຖານທີ່ບໍລິການຕ່າງໆ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວ, ການປະຕິບັດໄລຍະຫ່າງທາງສັງຄົມ, ການໃສ່ຜ້າປິດປາກດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊີ່ນເຄີຍໃນການດຳລົງຊີວິດປະຈຳວັນຂອງທຸກໆຄົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ