ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ ຜ່ານທ່າເຮືອຫງີເຊີນ ສສ ຫວຽດນາມ ເພື່ອຈໍາໜ່າຍຢູ່ພາກເໜືອຂອງລາວ
ວັນທີ 4 ຕຸລາ 2025, ທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ໂດຍຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ, ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການນໍາເຂົ້າຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຄັ້ງນີ້, ແມ່ນໄດ້ນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2,600 ກວ່າໂຕນ ຫລື ປະມານ 3,2 ລ້ານລິດ. ນໍ້າມັນດັ່ງກ່າວ, ຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸໄວ້ຢູ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. ສໍາລັບການຂົນສົ່ງນໍ້າມັນ ຈາກສາງບັນຈຸຊົ່ວຄາວເຂົ້າສູ່ ສປປ ລາວ ໄດ້ແບ່ງອອກເປັນ 2 ເສັ້ນທາງຄື: ເສັ້ນທາງແຂວງຊຽງຂວາງ ຂົນສົ່ງຜ່ານດ່ານສາກົນນໍ້າກັ່ນ ແລະ ເສັ້ນທາງ ແຂວງຫົວພັນ ຂົນສົ່ງຜ່ານດ່ານສາກົນນໍ້າໂສຍ ແລະ ບັນຈຸຢ່າງຖາວອນທີ່ສາງນໍ້າມັນບ້ານນາທອງ ເມືອງຊໍາເໜືອ.
ໂຄງການນໍາເຂົ້ານໍ້າມັນເສັ້ນທາງໃໝ່ນີ້ ມີຈຸດປະສົງ:
- ເພື່ອຮອງຮັບການພັດທະນາເສດຖະກິດ, ຕອບສະໜອງຄວາມຕ້ອງການດ້ານພະລັງງານ ຂອງພາກອຸດສາຫະກໍາ ແລະ ໂຄງລ່າງພື້ນຖານທີ່ກໍາລັງຂະຫຍາຍຕົວ;
- ສ້າງຄວາມໝັ້ນຄົງດ້ານພະລັງງານ ເພີ່ມທາງເລືອກໃນການນໍາເຂົ້ານໍ້າມັນເຊື້ອໄຟທີ່ມີຄຸນນະພາບ;
- ຕອບສະໜອງຄວາມຕ້ອງການປະຊາຊົນ ຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ ແກ່ປະຊາຊົນໃນພາກເໜືອ;
- ເສີມສ້າງການຮ່ວມມື ລາວ-ຫວຽດ ສະແດງເຖິງຄວາມສໍາພັນອັນດີງາມລະຫວ່າງສອງປະເທດ ໂດຍສະເພາະ ແຂວງຫົວພັນ ແລະ ແຂວງແທັງຮວ່າ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ງອກງາມຍິ່ງຂຶ້ນ.
ທີ່ມາ: ຂ່າວສານປະເທດລາວ

