ວັນພະຍາບານສາກົນ International Nurses Day

ວັນພະຍາບານສາກົນ ເປັນວັນທີ່ສະພາພະຍາບານສາກົນ (International of Nurses, ICN) ໄດ້ກຳນົດເອົາວັນທີ 12 ພຶດສະພາ ຂອງທຸກປີ ເປັນວັນພະຍາບານສາກົນ, ເລີ່ມແຕ່ ປີ 1971 ເປັນຄັ້ງທຳອິດໂດຍໄດ້ມີການເຊື່ອເຊີນເອົາອົງກອນສະມາຊິກຈັດກິດຈະກຳ ສາທາລະນະປະໂຫຍດ ເພື່ອສະເຫລີມສະຫລອງວັນເກີດຂອງ ມິສຟໍເລນ ໄນຕິງເກວ ຜູ້ກໍ່ຕັ້ງວິຊາຊີບການພະຍາບານ ແລະ ເປັນວິຊາການພະຍາບານຂອງໂລກ. ໃນໂອກາດດຽວກັນນີ້ ສະພາພະຍາບານສາກົນ ຈະໃຫ້ຂໍ້ມູນແກ່ອົງກອນສະມາຊິກກ່ຽວກັບບັນຫາສຸຂະພາບທີ່ມີຜົນກະທົບຕໍ່ມວນມະນຸດ ແລະ ກຳນົດແນວທາງເພື່ອໃຫ້ພະຍາບານທົ່ວໂລກປຸກລະດົມກັນແກ້ໄຂບັນຫາ ສຸຂະພາບດັ່ງກ່າວໃນແຕ່ລະປີ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ