ຜົນຮ້າຍຈາກການໃຊ້ສານໃຫ້ຄວາມຂາວດົນໆ

ສານໃຫ້ຄວາມຂາວ ຫລື ໄວເທນນິ້ງ (Whitening) ຫລື ຜະລິດຕະພັນເພື່ອຜິວຂາວກະຈ່າງໃສ ຜະລິດຕະພັນທີ່ກຳລັງຄອງຕະຫລາດຢູ່ໃນຂະນະນີ້ ແມ່ຍິງມັກເລືອກຊື້ເຄື່ອງສຳອາງທີ່ມີສ່ວນປະສົມຂອງໄວເທນນິ້ງ ຍ້ອນຢາກມີຜິວຂາວກະຈ່າງໃສຂຶ້ນ ເຊິ່ງການໃຊ້ຜະລິດຕະພັນທີ່ມີສານໄວເທນນິ້ງຊ່ວຍໃຫ້ຜິວຂາວສົດໃສຂຶ້ນໄດ້ແທ້ ໂດຍສານໄວເທນນິ້ງມັກມີສ່ວນປະສົມຂອງໄຮໂດຣວິໂນນ, ສານບາຫລອດ, ວິຕາມິນອາ, ວິຕາມິນເຊ ຫລື ກົດໝາກໄມ້ ສານເຫລົ່ານີ້ຈະຊ່ວຍຜັດແຊນຜິວເກົ່າທີ່ເສື່ອມສະພາບອອກ ແລະ ຊ່ວຍຄວບຄຸມບໍ່ໃຫ້ແຊນເມັດສີຜິວເຮັດວຽກ ຈຶ່ງເຮັດໃຫ້ສີຜິວຂອງທ່ານເບິ່ງຂາວຂຶ້ນໄດ້ແທ້ໆ, ແຕ່ທ່ານຮູ້ຫລືບໍ່ວ່າການໃຊ້ເຄື່ອງສຳອາງທີ່ມີສ່ວນປະກອບຂອງໄວເທນນິ້ງຕິດຕໍ່ກັນເປັນໄລຍະເວລາ ດົນໆມີຜົນຮ້າຍກັບໃບໜ້າ ຫລື ຜິວໜັງຂອງທ່ານໄດ້ຄືກັນ ຕາມຄຳແນະນຳຂອງແພດການໃຊ້ສານໄວເທັນນິ້ງຕິດຕໍ່ກັນເປັນໄລຍະເວລາດົນໆ ອາດເຮັດໃຫ້ຜິວໜ້າບາງລົງ ເຮັດໃຫ້ຜິວໜັງເສື່ອມສະພາບ ມີຄວາມໄວຕໍ່ແສງ ຫລື ສານເຄມີຕ່າງໆໄດ້ງ່າຍຂຶ້ນ ແລະ ອາດເກີດອາການໜ້າດ່າງຂາວ ຫລື ຜິວ ຂາວເປັນບາງພາກສ່ວນ ບໍ່ຂາວທົ່ວໃບໜ້າຄືກັບຄົນທົ່ວໄປ ແລະ ຖ້າໃຊ້ໄປຈັກໄລຍະໜຶ່ງແລ້ວຢຸດໃຊ້ ກໍອາດຕ້ອງພະເຊີນກັບບັນຫາຜິວໜ້າດຳຄຳ້ ຫລື ເປັນຝ້າ ອັນເປັນຜົນຈາກການຢຸດໃຊ້ສານໄວເທນນິ້ງກະທັນຫັນ ເຮັດໃຫ້ແຊນເມັດສີທີ່ຖືກກົດໄວ້ສ້າງເອນໄຊຕື່ມຫລາຍຂຶ້ນຈົນຜິວໜັງປ່ຽນເປັນສີດຳຢ່າງໄວວາ.

ແລະ ບາງຄົນທີ່ຮ້າຍແຮງໄປກ່ວານັ້ນແມ່ນເຮັດໃຫ້ໃບໜ້າດ່າງ ຫລື ໜ້າກາຍເປັນສີຂີ້ເຖົ່າໄປເລີຍກໍມີ ຄວາມຈິງແລ້ວຜິວໜັງຕາມທຳມະຊາດຂອງຄົນເຮົານັ້ນຫາກບໍ່ຖືກແດດຈັກໄລຍະໜຶ່ງກໍຈະຂາວຂຶ້ນແລ້ວ ແລະ ພຽງທ່ານຮູ້ຈັກປັບວິຖີການໃຊ້ຊີວິດໃຫ້ຖືກສຸຂະລັກສະນະ ຮັບຮອງວ່າສຸຂະພາບຜິວຂອງທ່ານຈະດີຂຶ້ນ, ຂາວກະຈ່າງໃສຂຶ້ນ ແລະ ບໍ່ມີຮອຍຫ່ຽວກ່ອນໄວອັນຄວນແລ້ວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ