ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫຼືອຕ້ານການລະບາດໂຄວິດ-19

ຫຼາຍ​ພາກສ່ວນ​ທັງ​ພາກ​ລັດ ແລະ ເອກ​ກະ​ຊົນ ໄດ້​ສືບຕໍ່​ປະກອບສ່ວນ​ເປັນ​ເງິນສົດ ແລະ ອຸປະກອນ​ການ​ແພດ​ຕ່າງໆ ມອບ​ໃຫ້​ລັດຖະບານ​ລາວ ເພື່ອ​ຕ້ານ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ຢູ່ ສປປ ລາວ ບໍ່​ໃຫ້​ເພີ່ມ​ຂຶ້ນ ແລະ ຫຼຸດ​ລົງ​ໂດຍ​ໄວ.ສະເພາະ​ວັນ​ທີ 11 ເມສາ 2020 ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ລາວ ຮັບ​ເຄື່ອງ​ຊ່ວຍເຫຼືອ​ຈາກ​ສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ມູນ​ຄ່າ 600.000 ໂດ​ລາ​ສະຫະລັດ ໃນ​ນັ້ນ​ເປັນ​ເງິນສົດ 300.000 ໂດ​ລາ ສ່ວນ 300.000 ໂດ​ລາ ແມ່ນ​ຈະ​ຊ່ວຍ​ເປັນ​ອຸປະກອນ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ໃຫ້​ກຽດ​ມອບ​ມອບ​ໂດຍ​ທ່ານ ຊິນ ຊອງ​ຊຸນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາຫຼີ ປະຈຳ ສປປ ລາວ.ໃນ​ໂອກາດ​ນີ້ ທ່ານ ສົມ​ດີ ດວງ​ດີ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ສະຖານທູດ ສ ເກົາຫຼີ ແລະ ທະນາຄານ​ແຫ່ງ​ປະເທດ​ຈີນ ສາຂາ​ນະຄອນຫຼວງ​ວຽງ​ຈັນ ທີ່​ເຫັນ​ຄວາມ​ສຳຄັນ ແລະ ສະໜັບສະໜູນ ລັດຖະບານ​ລາວ ໃນ​ການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ຢູ່ ສປປ ລາວ ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ນຳ​ເງິນ​ດັ່ງກ່າວ ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ