ອິດສະລະແອນ ສັນນິຖານວ່າ ໂຄວິດ-19 ອາດແຜ່ເຊື້ອໂດຍຜ່ານນໍ້າເສຍ

ໂດຍ: ລູກເມືອງພວນ

ບັນດານັກວິທະຍາສາດຂອງ ອິດສະລະແອນ ໄດ້ທຳການຄົ້ນຄວ້າດ້ວຍວິທີການສັນນິຖານວ່າ ພະຍາດໂຄວິດ-19 ອາດແຜ່ເຊື້ອໂດຍຜ່ານລະບົບນໍ້າເສຍ.

ບັນດານັກວິທະຍາສາດໃນມະຫາວິທະຍາໄລ Ben-Gurion, ມື້ວານນີ້ວັນທີ 3 ພຶດສະພາ ໃຫ້ຮູ້ວ່າ: ໄດ້ສົມທົບກັບກະຊວງສາທາລະນະສຸກຂອງ ອິດສະລະແອນ ພັດທະນາເຄື່ອງມືວິເຄາະການແຜ່ເຊື້ອຂອງໂຄວິດ-19 ໃນໂມເລກຸນນໍ້າເສຍສາທາລະນະໃນຕົວເມືອງ.

ກຸ່ມບັນດານັກວິທະຍາສາດດັ່ງກ່າວໃຫ້ຮູ້ວ່າ: ການພົບເຫັນເຊື້ອໄວຣັສໂຄວິດ-19 ໃນລະບົບນໍ້າເສຍໃນຕົວເມືອງນັ້ນອາດເປັນສາເຫດພາໃຫ້ເກີດການແຜ່ເຊື້ອຢ່າງໄວວາ. ພວກເຂົາສັງເກດເຫັນວ່າ ບ່ອນໃດລະບົບນໍ້າເສຍມີເຊື້ອໄວຣັສໂຄວິດ-19 ຫຼາຍ ແມ່ນບ່ອນນັ້ນມີຜູ້ຕິດເຊື້ອເພີ່ມຂຶ້ນ ແລະ ກົງກັນຂ້າມບ່ອນໃດບໍ່ມີໃນລະບົບນໍ້າເສຍມີເຊື້ອໄວຣັສໜ້ອຍ ບ່ອນນັ້ນມີຜູ້ຕິດເຊື້ອໜ້ອຍກວ່າ. ເຊັ່ນ, ພວກເຂົາພົບເຫັນລະບົບນໍ້າເສຍທີ່ມີເຊື້ອໄວຣັສໂຄວິດ-19 ຫຼາຍທີ່ສຸດແມ່ນຢູ່ເມືອງ Bnei Brak ຊຶ່ງເປັນເມືອງມີການລະບາດຂອງພະຍາດດັ່ງກ່າວໜັກກວ່າໝູ່. ຊຶ່ງສອດຄ່ອງກັບການຄົ້ນຄວ້າ ແລະ ການສັນນິຖານຂອງພວກເຂົາ.

ມາເຖິງວັນທີ 4 ພຶດສະພານີ້, ອິດສະລະແອນ ມີຜູ້ຕິດເຊື້ອທັງໝົດ 16.208 ກໍລະນີ ແລະ 232 ຄົນເສຍຊີວິດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ