ນັກຮຽນສາມັນສຶກສາປີສຸດທ້າຍປະມານ 3 ແສນກ່ວາຄົນກຽມເຂົ້າມາຮຽນໃນວັນທີ 19 ພຶດສະພານີ້, ພາຍຫລັງພັກຍາວຍ້ອນໂຄວິດ-19 ລະບາດ

ໃນວັນທີ 5 ພຶດສະພານີ້ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 19 ພຶດສະພາ ນີ້, ກະຊວງ ສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ນັກຮຽນສາມັນສຶກສາປີສຸດທ້າຍຄື: ປ5, ມ4 ແລະ ມ7 ໃນທົ່ວປະເທດໄດ້ເປີດການຮຽນ-ການສອນເປັນປົກກະຕິ, ພາຍຫລັງໄດ້ປິດຮຽນມາເປັນໄລຍະຍາວສົມຄວນຍ້ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຄາດວ່າຈະມີນັກຮຽນດັ່ງກ່າວປະມານ3 ແສນກ່ວາຄົນຈະກັບເຂົ້າມາຮຽນທັງຫມົດ, ເພື່ອເລັ່ງທວນຄືນບົດຮຽນແລະກະກຽມການສອບເສັງຈົບຊັ້ນໃຫ້ຮັບປະກັນ, ສ່ວນຊັ້ນຮຽນອື່ນໆແມ່ນຈະລໍຖ້າການພິຈາລະນາຕາມຄວາມເຫມາະສົມ,ຖ້າການລະບາດຂອງພະຍາດດັ່ງກ່າວສາມາດຄວບຄຸມໄດ້ປົກກະຕິ.

ຊຶ່ງປັດຈຸບັນແມ່ນໄດ້ ແນະນຳໃຫ້ຄູອາຈານສືບຕໍການຮຽນການສອນຜ່ານອອນລາຍ ແລະ ໃນຂະນະດຽວກັນທາງກະຊວງກໍພວມກຳລັງພິຈາລະນາເພື່ອຫາທາງຊ່ວຍເຫລືອ ຄູອາຈານ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ