ປະຊາຊົນ 5 ບ້ານ ເມືອງຫົງສາ ໄດ້ຮັບຜົນກະທົບຈາກລົມພາຍຸ ແລະ ໝາກເຫັບຕົກ

ທ່ານ ເຈົ້າເມືອງເມືອງຫົງສາ ແຂວງໄຊຍະບູລີ, ແຂວງໄຊຍະບູລີແຈ້ງວ່າ: ໃນເວລາປະມານ 19 ໂມງຂອງ ວັນທີ 22 ເມສານີ້ ໄດ້ເກີດມີຝົນຕົກ, ຟ້າຮ້ອງ, ໝາກເຫັບຕົກ ແລະ ມີລົມພັດແຮງ ສົ່ງຜົນກະທົບຕໍ່ການດຳລົງຊີວິດ ແລະ ເຮັດໃຫ້ເຮືອນຊານຂອງປະຊາຊົນ ຈຳນວນ 120 ຄອບຄົວ 5 ບ້ານ,ພາຍໃນເມືອງຂອງຕົນໄດ້ຮັບຄວາມເສຍຫາຍຫນັກ.

ຕໍ່ກັບສະພາບການດັ່ງກ່າວ, ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໄດ້ລົງກວດກາ, ເກັບກຳຂໍ້ມູນ, ປະເມີນຜົນເສຍຫາຍ ແລະ ໃຫ້ການຊ່ວຍເຫລືອໃນເບື້ອງຕົ້ນ, ພ້ອມທັງແນະນຳໃຫ້ອົງການປົກຄອງບ້ານ, ຄອບຄົວ ທີ່ໄດ້ຮັບຜົນກະທົບພ້ອມກັນສຸມໃສ່ ອະນາໄມ ແລະ ສ້ອມແປງເຮືອນຊານຂອງຕົນ. ແຕ່ ປັດຈຸບັນ ຄອບຄົວຜູ້ປະສົບໄພຍັງຕ້ອງການຊ່ວຍເຫລືອ ເພື່ອຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິ ເຊັ່ນ: ກະເບື້ອງ ແລະ ສັງກະສີມຸງເຮືອນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ