ແຂວງລາຍເຈົ່າ ສສ ຫວຽດນາມ ມອບອຸປະກອນ ການແພດໃຫ້ 3 ແຂວງພາກເໜືອຂອງລາວ

ພິທີມອບຮັບອຸປະກອນການແພດຈາກແຂວງ ລາຍເຈົ່າ ສສ ຫວຽດນາມ ໃຫ້ແກ່ 3 ແຂວງພາກເໜືອຂອງລາວຄື: ອຸດົມໄຊ, ຜົ້ງສາລີ ແລະ ຫລວງພະບາງ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2020 ທີ່ດ່ານສາກົນໄຕຈ່າງ ສສ ຫວຽດນາມ ລະຫວ່າງ ທ່ານ ດີງກວາງຕ້ວນ ຫົວຫນ້າພະແນກການຕ່າງປະເທດ ແລະ ຜູ້ຕາງຫນ້າການນໍາແຂວງອຸດົມໄຊ, ຜົ້ງສາລີ ແລະ ຫຼວງພະບາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ.
ອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ ປະກອບມີຜ້າອັດປາກ 10.000 ອັນ, ຖົງມື 20 ແກັດ, ຫນ້າກາກແຜ່ນໃສປ້ອງກັນລະອອງນ້ຳລາຍ 100 ອັນ, ຊຸດປ້ອງກັນ 200 ຊຸດ ເຄື່ອງວັດແທກອຸນຫະພູມ 50 ອັນ, ຢາຂ້າເຊື້ອ 5 ຖັງ, ນ້ຳຢາລ້າງມືຊະນິດແຫຼ້ງ 10 ແກັດ. ຫົວຫນ້າພະແນກການຕ່າງປະເທດແຂວງລາຍເຈົາ ກ່າວວ່າ: ເຄື່ອງທີ່ນ້ຳມາມອບຄັ້ງນີ້ ເຖິງວ່າຈະບໍ່ຫລາຍ ແຕ່ກໍເປັນນ້ຳໃຈຂອງປະຊາຊົນ ແລະ ການນຳແຂວງລາຍເຈົາ ທີ່ໄດ້ນຳຄວາມເປັນຫ່ວງເປັນໄຍ ຄວາມສາມັກຄີຮັກແພງແບບພິເສດມາມອບໃຫ້ ທັງເປັນການຮັດແໜ້ນຄວາມສາມັກຄີຂອງສອງປະເທດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຕະຫລອດໄປ. ພ້ອມນີ້ ຫົວຫນ້າພະແນກການຕ່າງປະເທດແຂວງຜົ້ງສາລີ ກ່າວຂອບໃຈທີ່ໄດ້ນຳເອົາອຸປະກອນການແພດມາຊ່ວຍເຫຼືອ ແລະ ຈະນໍາໃຊ້ອຸປະກອນເຫລົ່ານີ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິພາບ.

