7 ຂໍ້​ບອກ​ໃຫ້​ຮູ້​ວ່າ​ມີ​ອາ​ການ​ຕິດ​ເຫລົ້າ

ອາ​ການ​ຕິດ​ເຫລົ້າ​ຈະ​ມີ 7 ຂໍ້​ຄື:

1. ມີ​ອາ​ການ​ລຶ້ງ​ດື່ມ​ເຫລົ້າ ຕ້ອງ​ດື່ມ​ເຫລົ້າ​ໃນປະ​ລິ​ມານ​ຂຶ້ນ​ເລື້ອຍໆ .

2. ມີ​ອາ​ການ​ຖອນ​​ເຫລົ້າ ຫລັງ​​ເລິກ​ການດື່ມ ຫລື ລຸດ​ການ​ດື່ມ​ລົງ.

3. ດື່ມ​ເຫລົ້າຫລາຍ​ເກີນ​ເຫດ ຫລື ໄລ​ຍະດົນ​ໂພດ​ທີ່​ຕັ້ງ​ໃຈ​ໄວ້.

4. ພະ​ຍາ​ຍາມ​ລຸດ​ລົງ ຫລື ອອກ​ຈາກ​ການ​ດື່ມ​ກໍ​ບໍ່​ສຳ​ເລັດ.

5. ໃຫ້​ຢູ່​ແຕ່​ກັບໂຕ​ເອງ​ຕ້ອງ​ໄດ້​ໃຊ້​ເວ​ລາ​ຫມົດ​ໄປ​ກັບ​ການດື່ມ.

6. ເສຍວຽກ ເນື່ອງ​ຈາກ​ບັນ​ຫາ​ການ​ດື່ມ​ເຫລົ້າ​ຫລາຍ.

7. ຍັງ​ດື່ມ​ຢູ່​ເຖິງ​ແມ່ນ​ວ່າຈະ​ເກີດ​ຜົນ​ກະ​ທົບ​ຢ່າງ​ຫລາຍ​ແລ້ວ.

ຫາກ​ໃຜ​ທີ່​ມີອ​າ​ການ​7 ຂໍ້​ໃນ​ເບື້ອງ​ຕົ້ນ​ເອີ້ນ​ວ່າ (ຢູ່​ໃນ​ພາ​ວະ​ຕິດ​ເຫລົ້າ)

ຫາກ​ຢຸດ ຫລື ລຸດ​ການ​ດື່ມແບບ​ກະ​ທັນ​ຫັນ​ລະ​ຫວ່າງ​ບາງ​ຄົນ​ອາດມ​ີ​ຕິດເ​ຫລົ້າທີ່​ຮຸນ​ແຮງ​ຕາມ​ມາ ລະ​ດັບ​ຄວາມ​ຮຸນ​ແຮງ​ຫລັງ​ການ​ຢຸດ​ດື່ມ​ຂຶ້ນ​ຢູ່​ກັບ​ປະ​ລິ​ມານ​ຂອ​ງ​ອະ​ດີດ​ທີ່​ຜ່ານ​ມາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ