4 ພະຍາດສ່ຽງຈາກການກິນຊານົມໄຂ່ມຸກຫລາຍຈົນເກີນໄປ

   ຊານົມໄຂ່ມຸກ ເປັນອາຫານ ຫລື ເຄື່ອງດື່ມທີ່ບໍ່ຄ່ອຍໃຫ້ປະໂຫຍດຕໍ່ຮ່າງກາຍພໍປານໃດ ນອກຈາກຄວາມແຊບ, ກິນເພີນ, ແຕ່ຫາກກິນຊານົມໄຂ່ມຸກໃນປະລິມານຫລາຍເກີນໄປ ກໍອາດສ່ຽງຕໍ່ສຸຂະພາບໄດ້ດັ່ງນີ້ :

  • ຕຸ້ຍ : ຊາໄຂ່ມຸກເປັນເຄື່ອງດື່ມທີ່ໃຫ້ພະລັງງານສູງ ໂດຍຊາໄຂ່ມຸກ 1 ຈອກ ໃຫ້ພະລັງງານປະມານ 240 – 360 ກິໂລກາລໍຣີ ທັງຍັງອຸດົມໄປດ້ວຍນຳ້ຕານ, ຄາໂບໄຮເດຣດຈາກໄຂ່ມຸກ, ຄຣີມທຽມ, ນົມຂຸ້ນຫວານ ແລະ ບາງທ່ານຍັງຕື່ມທັອບປິ້ງຕົກແຕ່ງອື່ນໆເພື່ອເພີ່ມຄວາມແຊບໃຫ້ຊາໄຂ່ມຸກມີຫລາກຫລາຍລົດຊາດຕື່ມອີກ ດັ່ງນັ້ນຫາກກິນຊານົມໄຂ່ມຸກທຸກມື້ ນຳ້ໜັກຂອງທ່ານກໍຈະເພີ່ມຂຶ້ນໄດ້ຢ່າງບໍ່ຕ້ອງສົງໄສ.
  • ພະຍາດເບົາຫວານ : ຊານົມໄຂ່ມຸກຈະຕ້ອງໃສ່ນຳ້ຕານ ແລະ ນົມຂຸ້ນຫວານອ່າວຫລາຍ ນອກຈາກນີ້ ໄຂ່ມຸກເອງກໍເປັນແປ້ງທີ່ຮ່າງກາຍຈະປ່ຽນໄປເປັນນຳ້ຕານໄດ້ອີກ ເທົ່າກັບວ່າບໍ່ພຽງແຕ່ປະລິມານນຳ້ຕານໃນຊານົມໄຂ່ມຸກເທົ່ານັ້ນທີ່ຮ່າງກາຍຈະໄດ້ຮັບ, ແຕ່ຫລັງຈາກການຍ່ອຍໄຂ່ມຸກແລ້ວ ຮ່າງກາຍກໍຈະໄດ້ຮັບນຳ້ຕານຈາກໄຂ່ມຸກເຊັ່ນກັນ ແລະ ແນ່ນອນວ່າມັນເກີນປະລິມານທີ່ຮ່າງກາຍຄວນໄດ້ຮັບນຳ້ຕານຕໍ່ມື້ ກິນຫລາຍກໍຍິ່ງເຮັດໃຫ້ສ່ຽງຕໍ່ພະຍາດເບົາຫວານໄດ້ງ່າຍ.
  • ຖ່າຍຍາກ : ໃນກໍລະນີທີ່ກິນຊານົມໄຂ່ມຸກແທນເຂົ້າ ແລະ ມີພຶດຕິກຳບໍ່ຄ່ອຍກິນຜັກ – ໝາກໄມ້ ກໍມີໂອກາດທີ່ທ່ານຈະມີອາການຖ່າຍຍາກໄດ້ງ່າຍໆ ຍິ່ງກັບຄຄົນທີ່ມັກກືນໄຂ່ມຸກແບບບໍ່ຫຍຳ້ໃຫ້ແຫລກດີກ່ອນ ຮ່າງກາຍກໍອາດຈະຍ່ອຍໄຂ່ມຸກໄດ້ລຳບາກກ່ວາປົກກະຕິ ສົ່ງຜົນໃຫ້ລະບົບການຍ່ອຍອາຫານ ແລະ ການຂັບຖ່າຍມີບັນຫາຕາມມາໄດ້ ເອົາເປັນວ່າກິນຊາໄຂ່ມຸກໃຫ້ໜ້ອຍກ່ວາຜັກ ແລະ ໝາກໄມ້ ແລະ ອາຫານທີ່ມີປະໂຫຍດຈະດີກ່ວາ.
  • ພະຍາດຫົວໃຈ ແລະ ຫລອດເລືອດ : ທັງນຳ້ຕານ ແລະ ໄຂມັນອີ່ມໂຕໃນຊານົມກໍລ້ວນເປັນໂທດຕໍ່ສຸຂະພາບຂອງເຮົາ ຍິ່ງຖ້າໃສ່ຄຣີມທຽມທີ່ມີໄຂມັນທຣານກໍຍິ່ງອັນຕະລາຍຕໍ່ຫົວໃຈຫລາຍຂຶ້ນ ເພາະໄຂມັນທຣານເປັນໄຂມັນຮ້າຍທີ່ເຂົ້າໄປເພີ່ມໄຂມັນຊະນິດບໍ່ດີ LDL ໃນຮ່າງກາຍ, ເພີ່ມລະດັບໄຕຣກລີເຊີໄຣ ແລະ ຫລຸດປະລິມານໄຂມັນຊະນິດດີ HDL ຈຶ່ງອາດເປັນສາເຫດຂອງພະຍາດຫລອດເລືອດຫົວໃຈໄດ້.
  • ຊານົມໄຂ່ມຸກບໍ່ຍ່ອຍແທ້ຫລືບໍ່ ? ຫລາຍທ່ານອາດເຫັນຂໍ້ມູນທີ່ບອກວ່າ ຊານົມໄຂ່ມຸກບໍ່ຍ່ອຍ, ຕົກຄ້າງເຕັມທ້ອງ ໂດຍທີ່ຄວາມຈິງແລ້ວໄຂ່ມຸກເຮັດມາຈາກແປ້ງມັນຕົ້ນກັບນຳ້ຕານແດງ ເຊິ່ງເປັນສານອາຫານທີ່ຮ່າງກາຍສາມາດຍ່ອຍໄດ້ງ່າຍໆ ເພາະຮ່າງກາຍມີເອັນໄຊໃນການຍ່ອຍແປ້ງ ແລະ ນຳ້ຕານຢູ່ແລ້ວ. ດັ່ງນັ້ນ ຈຶ່ງເປັນໄປໄດ້ຍາກທີ່ໄຂ່ມຸກຈະບໍ່ຍ່ອຍ ແລະ ສະສົມຕົກຄ້າງຢູ່ຕາມກະເພາະອາຫານ ແລະ ລຳໄສ້, ແຕ່ທັງນີ້ກໍຄວນຫຍຳ້ໄຂ່ມຸກໃຫ້ແຫລກດີກ່ອນກືນ ເພາະເມັດໄຂ່ມຸກມັນໜຽວ ແລະ ອາດໄປຕິດຄໍໄດ້.
  • ຊານົມໄຂ່ມຸກ ກໍ່ພະຍາດມະເຮັງແທ້ຫລືບໍ່ ? ຊານົມໄຂ່ມຸກກໍ່ພະຍາດມະເຮັງເປັນຂໍ້ມູນທີ່ສົ່ງຕໍ່ໆກັນໄປມາດົນນານພໍສົມຄວນແລ້ວ ແຕ່ວ່າຂໍ້ມູນນີ້ບໍ່ແມ່ນຄວາມຈິງ ເພາະດັ່ງທີ່ບອກ ວ່າໄຂ່ມຸກເປັນພຽງແປ້ງມັນຕົ້ນ ຈັດເປັນອາຫານປະເພດໜຶ່ງ ຮ່າງກາຍສາມາດຍ່ອຍໄດ້ບໍ່ລຳບາກປານໃດ ສິ່ງສຳຄັນໄຂ່ມຸກກໍບໍ່ໄດ້ມີສານກໍ່ພະຍາດມະເຮັງແຕ່ຢ່າງໃດ ດັ່ງນັ້ນ ບໍ່ຕ້ອງກັງວົນວ່າກິນຊາໄຂ່ມຸກແລ້ວຈະເປັນພະຍາດມະເຮັງ, ແຕ່ຄວນລະວັງເລື່ອງເບົາຫວານ ແລະ ຄວາມຕຸ້ຍ ທີ່ອາດຈະນຳພະຍາດອື່ນໆມາອີກເປັນພວງ.
  • ຂໍ້ຍຳ້ຕື່ມອີກວ່າ ຊາໄຂ່ມຸກບໍ່ໄດ້ເປັນເຄື່ອງດື່ມທີ່ມີປະໂຫຍດຕໍ່ຮ່າງກາຍຫລາຍໄປກ່ວາຄວາມແຊບ, ກິນເພີນ ດັ່ງນັ້ນ ພະຍາຍາມຢ່າກິນຊາໄຂ່ມຸກຫລາຍຈົນເກີນໄປ ດົນໆກິນເທື່ອໜຶ່ງກໍບໍ່ເປັນຫຍັງ ແລະ ຄວນເລືອກກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ເຊັ່ນ : ຜັກ, ໝາກໄມ້ ຈະດີທີ່ສຸດ.
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ