7 ທັດສະນະຄະຕິຜິດໆດ້ານການເງິນ ເຮັດໃຫ້ບໍ່ມີເງິນທ້ອນ ແລະ ບໍ່ຮັ່ງມີຈັກເທື່ອ

 

  1. ເງິນຊື້ຄວາມສຸກບໍ່ໄດ້ດອກ ເອົາອຸດົມການໄວ້ກ່ອນ : ຄົນບາງຄົນກໍມີອຸດົມການແຮງກ້າ ຄິດວ່າເງິນບໍ່ສາມາດຊື້ຄວາມ ສຸກໄດ້ ບໍ່ຈຳເປັນຕ້ອງດຸໝັ່ນຂົນຂວາຍຫຍັງຫລາຍ ຍິ່ງເງິນຫລາຍກໍຈະມີເລື່ອງຫຍຸ້ງຍາກຕາມມາ ພໍໃຈທີ່ຈະຢູ່ແບບຖາ ນະທຸກຍາກ, ເຮືອນເກົ່າຫລັງຄາຮົ່ວ, ນ້ຳໄຟໄຫລບໍ່ສະດວກ (ທີ່ຄິດໄປເອງ) ວ່າຢູ່ກໍມີຄວາມສຸກແລ້ວ ບໍ່ຮູ້ວ່າຖືກປູກຝັງ ຫລື ເສບສື່ແບບໃດມາ, ແຕ່ຄວາມຈິງຄື ຄວາມທຸກຍາກບໍ່ເຄີຍເປັນຄວາມສຸກ ເປັນພຽງແຕ່ວາທະກຳຫລອກຕົນເອງທີ່ບໍ່ ມີເງິນເທົ່ານັ້ນ ຫາກມີທຶນຊັບ, ມີໂອກາດພົບສິ່ງທີ່ດີຂຶ້ນ ຍ່ອມຈະເຮັດໃຫ້ຊີວິດສະບາຍກ່ວາຢ່າງແນ່ນອນ ເຖິງເງິນຈະຊື້ ຄວາມສຸກທຸກຢ່າງບໍ່ໄດ້ ແຕ່ຊື້ສິ່ງທີ່ຈະເຮັດໃຫ້ມີຄວາມສຸກໄດ້ເກືອບທຸກຢ່າງ ຂະໜາດຕາຍແລ້ວຍັງຕ້ອງຈ່າຍເງິນຄ່າ ຈັດງານສົບເລີຍ ແລ້ວເປັນຫຍັງຈະບໍ່ດຸໝັ່ນຫາເງິນ ? ຄົນທີ່ຫາເງິນໄດ້ຫລາຍໆ ຫລື ນັກທຸລະກິດຈະເບິ່ງວ່າ ເງິນ ເປັນ ໂຕວັດແທກຄວາມສຳເລັດ ຍິ່ງສ້າງເງິນໄດ້ຫລາຍເທົ່າໃດ ກໍມີໂອກາດທີ່ຈະມີຊີວິດທີ່ດີຂຶ້ນ ໃນຂະນະທີ່ຄົນທຸກ ແລະ ລົ້ມ ເຫລວ ຈະບໍ່ກ້າຫຍັບໂຕເຮັດອັນນັ້ນອັນນີ້ເລີຍ ບາງຄົນບໍ່ພັດທະນາທັກສະຕົນເອງ ຈົນສຸດທ້າຍເດັກຮຸ່ນໃໝ່ນຳທັນ ຄວາມສາມາດຄົບຖ້ວນກ່ວາ ຖືກໄລ່ອອກ ກາຍເປັນຄົນວ່າງງານ ທຸກກ່ວາເກົ່າ ໂດຍສະຫລຸບຄື ເຖິງເງິນຈະບໍ່ໄດ້ເສກ ຄວາມສຸກໃຫ້ທຸກຄົນ, ແຕ່ມັນກໍເປັນໃບເບີກທາງໃຫ້ເຮັດຕາມຄວາມຝັນຕ່າງໆ ຫລື ຢ່າງໜ້ອຍກໍຫລໍ່ລ້ຽງຊີວິດໃຫ້ຍັງມີ ເຂົ້າກິນ, ມີເຮືອນຢູ່. ດັ່ງນັ້ນ ຢ່າຢ້ານທີ່ຈະພັດທະນາຕົນເອງ, ດິ້ນລົນຫາສິ່ງທີ່ດີກ່ວາ ເພາະຖ້າຍັງຢູ່ໃນໂລກທຶນນິຍົມ ທ່ານໜີອຳນາດຂອງເງິນບໍ່ພົ້ນແນ່ນອນ.
  2. ບໍ່ຮູ້ວ່າຕົນເອງມີມູນຄ່າເທົ່າໃດ, ຫລິ້ນໂຕບໍ່ເປັນ, ໃຜໃຫ້ເງິນເທົ່າໃດເອົາໝົດ : ມີຄົນຮຸ່ນໃໝ່ຫລວງຫລາຍທີ່ຄວາມສາ ມາດຫລາຍເກີນອາຍຸ ຄົບຖ້ວນທັ້ງທັກສະຂັ້ນສູງ ແລະ ຂັ້ນທຳມະດາ ທັງຍອງຮອບຮູ້ເລື່ອງໂປຣແກຣມຕ່າງໆເຕັມໄປ ໝົດ ຈະເນັ້ນການນຳໃຊ້ໂປຣແກຣມຄອມພິວເຕີ, ຕັດຕໍ່ວີດີໂອ, ຂຽນບົດ ຫລື ແມ່ນແຕ່ເປັນຝ່າຍບັນຊີ ກໍເຮັດໃຫ້ໄດ້ ເຊິ່ງ ຈະມີຕະຫລາດວຽກບາງກຸ່ມທີ່ຮັບສະໝັກຕຳແໜ່ງດຽວ, ແຕ່ຕ້ອງເຮັດທຸກໜ້າທີ່ໆກ່າວມາໂດຍໃຫ້ເງິນເດືອນແຕ່ຂັ້ນຕ່ຳ (ເຜີໆຖືກກ່ວາຂັ້ນຕໍ່າກໍມີ) ນັກສຶກສາຈົບໃໝ່ກໍຮັບເຮັດ ຄິດວ່າເຮັດເພື່ອເກັບກ່ຽວປະສົບການ ໂດຍທີ່ຈິງຖ້າເຮົາຮູ້ຈັກ ຮ້ອງຄ່າໂຕ, ເລືອກລູກຄ້າ, ເລືອກຕະຫລາດ ເຮົາຈະບໍ່ຖືກເອົາປຽບຄ່າຈ້າງຕັ້ງແຕ່ທຳອິດ, ໜ້າເສຍດາຍທີ່ມີຄົນບໍ່ຮູ້ ຍອມຖືກກົດເປັນທາດ ໂດຍທີ່ບໍ່ຈຳເປັນຕ້ອງທົນ. ທັກສະການນຳສະເໜີຄຸນສົມບັດຂອງຕົນເອງ ຫລື ການຕໍ່ລອງເງິນ ເດືອນຍັງບໍ່ຖືກບັນຈຸໃນຫລັກສູດບັງຄັບຂອງມະຫາວິທະຍາໄລ ທ່ານໃດທີ່ໃກ້ຈະຮຽນຈົບ ຈຶ່ງຄວນຮຽນຮູ້ທັກສະນີ້ ນອກຫ້ອງຮຽນແຕ່ຫົວທີ ຫລື ຈະເລີ່ມຮັບວຽກນອກຕັ້ງແຕ່ໄລຍະຮຽນຢູ່ກໍໄດ້ ຈະໄດ້ຮູ້ວ່າເກນວຽກຂັ້ນຕ່ຳໃນສາຍອາ ຊີບທີ່ເຮັດຄວນໄດ້ໂຕເລກປະມານເທົ່າໃດ ໂລກຊີວິດຈິງຂອງການເຮັດວຽກມັນໂຫດຮ້າຍ ຖ້າເຮົາຮູ້ທັນ ເຮົາກໍບໍ່ຖືກ ເອົາປຽບ ຂໍແຕ່ຜົນງານເຮົາດີແທ້ ມັ້ນໃຈໃນຄຸນຄ່າຂອງວຽກເຮົາເຂົ້າໄວ້ ລູກຄ້າທີ່ໃຫ້ລາຄາຍຸຕິທຳຈະມາຈ້າງວຽກເອງ ຢ່າຫລຸດຄ່າວຽກຕົນເອງຈົນບໍ່ຕ່າງກັບເຮັດຟຣີ ເຖິງຈະບອກວ່າເຮັດເພື່ອເອົາປະສົບການ ລາຄາກໍບໍ່ຄວນຈ້າງຕ່ຳກ່ວາ ເກນມາດຕະຖານ.
  3. ບໍ່ຮູ້ຈັກຄຸນຄ່າຂອງເງິນ, ບໍ່ເກັບທ້ອນ, ບໍ່ເຮັດລາຍຮັບລາຍຈ່າຍໃດໆ : ຈະມີບາງຄົນທີ່ຊີວິດບໍ່ເຄີຍສຳຜັດຄຳວ່າ ທຸກຍາກ ແບບບໍ່ມີກິນມີໃຊ້ແທ້ໆມາກ່ອນ ຖານະປານກາງ ບໍ່ໄດ້ເອີ້ນວ່າຮັ່ງມີ, ແຕ່ກໍມີເງິນໃຊ້ຕະຫລອດ ພວກນີ້ຈະສ່ຽງບໍ່ມີເງິນ ທ້ອນຫລາຍທີ່ສຸດ ຍ້ອນຄິດວ່າແນວໃດກໍເຮັດວຽກຫາເງິນໄດ້ເລື້ອຍໆ, ໃຊ້ໄປກ່ອນ, ບໍ່ຮູ້ຈັກຄຸນຄ່າຂອງການທ້ອນເງິນ ປານໃດ ບໍ່ຕ້ອງເວົ້າເຖິງບັນຊີລາຍຮັບລາຍຈ່າຍ ບໍ່ເຄີຍເຮັດຢູ່ແລ້ວ ທ້າຍເດືອນເງິນໃຫ້ໝົດກໍກິນຕົ້ມໝີ່, ຕົ້ນເດືອນພັດ ໄປກິນບຸບເຟ້, ເລາະຫ້າງຊື້ເຄື່ອງສຳອາງໃໝ່ອີກຮອບ, ກ້ຽວວົນ, ບໍ່ໄດ້ຮຽນຮູ້ຫຍັງທັງໝົດ ແລ້ວແບບນີ້ຍາມໃດຈະຮັ່ງ ມີ ? ທ່ານໃດທີ່ມີຮູບແບບການໃຊ້ເງິນແບບນີ້ຕ້ອງເລີ່ມທ້ອນເງິນໄດ້ແລ້ວ ຍິ່ງໃນສະຖານະການໂຄວິດ-19 ທີ່ບໍ່ຮູ້ຈະຍືດ ຍາວໄປຮອດປີໃດ ຖ້າຄິດໃນແງ່ຮ້າຍ ມື້ໜຶ່ງບໍລິສັດໄລ່ອອກ ຖ້າບໍ່ມີເງິນທ້ອນເລີຍ ຈະເອົາເງິນໃສໃຊ້ຈ່າຍ ? ລອງປັບ ການໃຊ້ເງິນໃຫ້ຮອບຄອບກ່ວານີ້, ຈົດບັນຊີລາຍຮັບລາຍຈ່າຍຢ່າງເຄັ່ງຄັດ ວ່າລາຍຮັບກັບລາຍຈ່າຍຫລັກໆໃຊ້ໄປກັບ ຫຍັງ ແລ້ວຕັດອັນທີ່ຟູມເຟືອຍຖິ້ມ, ຫລຸດຄ່າກິນອາຫານຫລູຫລາ, ອາຫານກິນຫລິ້ນຈຸກຈິກ, ເຄື່ອງນຸ່ງຕາມກະແສແຟ ຊັ່ນ ແລ້ວເອົາເງິນນັ້ນໄປທ້ອນແທນ ແລ້ວທ່ານຈະພົບວ່າ ທ່ານກໍທ້ອນເງິນໄດ້ຄືກັນ ຖ້າທ້ອນໄດ້ກ້ອນໜຶ່ງແລ້ວ ກໍສາ ມາດເອົາໄປຕໍ່ຍອດໄດ້.
  4. ບໍ່ພູມໃຈ ບໍ່ໝັ້ນໃຈໃນຕົນເອງ ບໍ່ຄິດວ່າຕົນເອງຈະຫາເງິນຫລາຍໆໄດ້ : ປັດໄຈຂໍ້ໜຶ່ງທີ່ເຮັດໃຫ້ຫລາຍຄົນບໍ່ມີເງິນທ້ອຍພໍ ປານໃດ ຍ້ອນ Mindset ອ່າວຄິດລົບ ທີ່ເຫັນຈະແຈ້ງສຸດແມ່ນຂາດຄວາມໝັ້ນໃຈໃນຕົນເອງ ຄິດວ່າຕົນເອງເກັ່ງບໍ່ພໍ ເຊິ່ງກາຍເປັນອຸປະສັກຂອງການອອກຈາກຂອບເຂດຄວາມສຸກໃນໄວເຮັດວຽກ ຫລື ບໍ່ກ້າຮຽກຮ້ອງເງິນເດືອນຕື່ມກັບ ຫົວໜ້າ ຢ້ານເຂົາປະຕິເສດຕັ້ງແຕ່ຍັງບໍ່ໄດ້ເລີ່ມເລີຍ ເຮັດໃຫ້ຕ້ອງຈົມຢູ່ກັບບ່ອນເກົ່າໆ, ເງິນເດືອນໜ້ອຍໆ ໂດຍທີ່ມີສັກ ກະຍະພາບຫລາຍກ່ວານີ້. ເລື່ອງນີ້ແກ້ໄຂໄດ້ງ່າຍທີ່ສຸດ, ແຕ່ກໍໃຊ້ເວລາດົນທີ່ສຸດແມ່ນປັບ Mindset ຂອງຕົນເອງໃຫ້ ເປັນໄປໃນທາງບອກຫລາຍຂຶ້ນ, ຮັກ ແລະ ເຄົາລົບຕົນເອງ, ເຫັນຄ່າຕົນເອງຫລາຍຂຶ້ນ, ຝຶກຄວາມກ້າລົມກັບຄົນອື່ນ, ກ້າຮຽກຮ້ອງເງິນເດືອນທີ່ເໝາະສົມກັບຕົນເອງ ເພາະທ່ານມີດີຫລາຍພໍ ຢ່າປ່ອຍໃຫ້ຄຳເວົ້າບໍ່ດີຂອງຄົນອື່ນເຮັດໃຫ້ ທ່ານຈົມ, ທ່ອງໄວ້ໃຫ້ຂຶ້ນໃຈວ່າທ່ານເກັ່ງທີ່ສຸດ. ນອກຈາກລາຍຮັບຈະເພີ່ມຂຶ້ນແລ້ວ ທ່ານຍັງໄດ້ເຕີບໃຫຍ່ໄປສູ່ໄວຜູ້ ໃຫຍ່ອີກໜຶ່ງກ່ວາ.
  5. ເຊື່ອວ່າເງິນແມ່ນຜູ້ຮ້າຍ ທີ່ເຮັດໃຫ້ຄອບຄົວແຕກແຍກ : ທ່ານອາດເຄີຍເຫັນໂຕຢ່າງຊີວິດເດັກນ້ອຍທີ່ຄອບຄົວທຸກຍາກ ຈົນ ພໍ່ແມ່ຕ້ອງເຮັດວຽກນອກບ້ານໝົດມື້ ຈົນບໍ່ມີເວລາພົບລູກ, ຫລິ້ນກັບລູກຢ່າງເຕັມທີ່ເລີຍ, ບາງຄົນຈະຄິດວ່າເງິນ ແມ່ນໂຕການເຮັດໃຫ້ພໍ່ແມ່ຢາກຫາເງິນ ເມື່ອໃຫຍ່ຂຶ້ນເຖິງລະດົບໜຶ່ງແລ້ວ ທ່ານອາດຮູ້ດີວ່າພໍ່ແມ່ບໍ່ໄດ້ຢາກຈາກລູກໄປ ໄກເລີຍ, ແຕ່ທີ່ຕ້ອງເຮັດວຽກຍ້ອນຄ່າໃຊ້ຈ່າຍມັນບໍ່ພໍ ພວກທ່ານຫວັງດີຕໍ່ເດັກ ຢາກໃຫ້ເຂົ້າໂຮງຮຽນດີໆ ຢາກໃຫ້ມີ ເຄື່ອງໃຊ້ທີ່ເທົ່າທຽມກັບໝູ່ ຈຶ່ງຕ້ອງເຮັດວຽກໜັກເພື່ອໃຫ້ໄດ້ມັນມາ ດັ່ງນັ້ນ ເງິນບໍ່ແມ່ນຜູ້ຮ້າຍຂອງເລື່ອງນີ້, ແຕ່ເງິນ ຊ່ວຍເຮັດໃຫ້ຊີວິດສະບາຍຂຶ້ນ, ແຕ່ແທນທີ່ຈະອອກໄປໃຊ້ແຮງກາຍຫາ ຖ້າເຮັດໃຫ້ກໍອາດຈະເຮັດວຽກຢູ່ເຮືອນແທນ ເທົ່ານີ້ກໍຍັງໄດ້ໃຊ້ເວລາຮ່ວມກັບຄອບຄົວ ຍັງສ້າງຄວາມສຳພັນອົບອຸ່ນໄວ້ໄດ້ ໂດຍບໍ່ຮູ້ຫ່າງເຫີນກັນ.
  6. ທ່ານບໍ່ມີຄວາມຮູ້ດ້ານການເງິນເລີຍ : ຫາກບໍ່ແມ່ນຄົນທີ່ຮຽນທາງການເງິນມາໂດຍກົງ ການສຶກສາລາວມັກບໍ່ມີວິຊາ ທີ່ກ່ຽວກັບການທ້ອນເງິນ, ການລົງທຶນໃຫ້ນັກສຶກສາໄດ້ຮຽນ, ມີແຕ່ຫລັກສູດກຽມຄວາມພ້ອມເຂົ້າສູ່ໄວເຮັດວຽກ ຕ້ອງ ປັບໂຕແນວໃດ, ບຸກຄະລິກກະພາບຂອງການເຮັດວຽກບໍລິສັດເປັນແນວໃດ, ແຕ່ບໍ່ສອນວິທີທ້ອນເງິນ, ຕໍ່ຍອດເງິນ, ການເຮັດທຸລະກິດສ່ວນໂຕ ເຊິ່ງຄວນຈະສອນຍ້ອນໃນທີ່ສຸດວຽກບໍລິສັດກໍບໍ່ໄດ້ຈ້າງເຮົາຕະຫລອດໄປ ສຸດທ້າຍກໍຕ້ອງ ກະສຽນ ການທ້ອນເງິນ ແລະ ຕໍ່ຍອດເງິນຕ່າງຫາກທີ່ສຳຄັນຫລາຍ ຫາກຮູ້ຊ່ອງທາງດີໆ, ເງິນເພີ່ມພູນ, ຈະເລືອກກະ ສຽນຕົນເອງຕອນອາຍຸ 40 – 50 ແລ້ວໄປໃຊ້ເວລາທ່ອງທ່ຽວທົ່ວໂລກ ຫລື ເຮັດຫຍັງທີ່ຢາກເຮັດແທນກໍໄດ້ ນັບຈາກ ນີ້ຈົ່ງຕັ້ງກົດໃຫ້ຕົນເອງວ່າ ຕ້ອງມີຄວາມຮູ້ທາງການເງິນໃຫ້ຫລາຍຂຶ້ນ ໂດຍເລີ່ມຈາກອ່ານຄວາມຮູ້ພື້ນຖານທາງການ ເງິນ ວ່າການທ້ອນເງິນແມ່ນຫຍັງ ເຮົາຈະຫາເງິນໄດ້ແນວໃດ ເຮົາຈະປ່ອຍໃຫ້ເງິນເຮັດວຽກຜ່ານຫຸ້ນໄດ້ແນວໃດ ໃນ ຍຸກນີ້ກໍມີທັງໜັງສື ແລະ ຫລັກສູດສອບເສັງອົບຮົມຟຣີໃນ Youtube ຢ່າງຫລວງຫລາຍ ຄ່ອຍໆເຮັດຄວາມເຂົ້າໃຈ, ເບິ່ງ ແລະ ຟັງຈາກຫລາຍໆຄົນເພື່ອເອົາມາປະກອບການຕັດສິນໃຈ ແລ້ວເຮັດໃນແບບທີ່ຄິດວ່າເໝາະສົມກັບຕົນເອງທີ່ ສຸດ.
  7. ເມື່ອເກີດວິກິດດ້ານການເງິນ ກໍຮູ້ສຶກທໍ້ ໂທດຕົນເອງ ບໍ່ຫາວິທີແກ້ບັນຫານັ້ນ : ຂໍ້ນີ້ເປັນອຸປະສັກຕໍ່ຄວາມຮັ່ງມີຫລາຍທີ່ ສຸດແລ້ວ ກັບ Mideset ລົບໆທີ່ຄິດໂທດທຸກຢ່າງ, ໂທດຕົນເອງ ໂດຍບໍ່ພັດທະນາຫຍັງໃຫ້ກ້າວໜ້າຂຶ້ນ, ທໍ້ງ່າຍ, ພົບວິ ກິດທາງການເງິນໜ້ອຍດຽວ ເຊັ່ນ : ວ່າງວຽກ, ຖືກໂກງເງິນ, ທຸລະກິດມີບັນຫາຂາດທຶນ ກໍເຊື່ອງຊຶງ, ຫົດຫູ່, ນອນ ເສົ້າຢູ່ໃນຫ້ອງເປັນເດືອນໆ ຄິດແຕ່ວ່າໂຊກຮ້າຍແທ້ ເປັນຫຍັງເຮົາໂຊກຮ້າຍແບບນີ້ ແທນທີ່ຈະຫາວິທີແກ້ໄຂບັນຫາໃຫ້ ດີຂຶ້ນ ຄື ມີໄລຍະເວລາເສຍໃຈແດ່ກໍບໍ່ເປັນຫຍັງ ອາດຈະເສຍໃຈໄດ້ປະມານ 3 ມື້ ຫລື 1 ອາທິດ ຫລັງຈາກນັ້ນຕ້ອງເລີ່ມ ຫ້າງຫາກະກຽມເອກະສານສະໝັກວຽກໄປພ້ອມໆກັບພັດທະນາຕົນເອງໃຫ້ດີຂຶ້ນນຳ ຄິດສາວ່າຖືໂອກາດຮຽນຮູ້ທັກສະ ເພີ່ມຕື່ມ. ຫາກຖືກໂກງເງິນນອກຈາກແຈ້ງຄວາມດຳເນີນຄະດີແລ້ວ ກໍຄວນກັບໄປເບິ່ງວ່າຕົນເອງມີຊ່ອງ ຫລື ຮູຮົ່ວ ຈຸດໃດ ເປັນຫຍັງປ່ອຍໃຫ້ຝ່າຍກົງຂ້າມໂກງໄດ້ ແລະ ຢ່າເຮັດແບບເກົ່າຊ້ຳອີກ ເປັນຕົ້ນ ຫາກທ່ານດິ້ນລົນໃຫ້ຊີວິດຍັງໄປ ຕໍ່ສະເໝີ, ແນມທຸກຢ່າງເປັນໂອກາດ ທ່ານກໍບໍ່ມີມື້ອົດຕາຍ.