ຂີ້ລັກລະບາດພ້ອມກັບໂຄວິິດ-19

ໂດຍ: ລູກເມືອງພວນ

ຫຼາຍບໍລິສັດທຸລະກິດໃນ New York ໃນຂະນະທີ່ປິດປະຕູໜີໂຄວິດ ໄດ້ກາຍເປັນເປົ້າໝາຍຂອງຈອບຊອມຂອງພວກຄົນຂີ້ລັກ.

ເຫດການຂີ້ລັກ ໃນ New York ເກີດຂຶ້ນຢ່າງຫຼວງຫຼາຍ ໃນຂະນະທີ່ນະຄອນ New York ມີຄຳສັ່ງປິດເມືອງເພື່ອຕ້ານກັບໂຄວິດ-19. ວັນທີ 13 ມີນາຜ່ານມາ, ເຈົ້າຄອງນະຄອນ New York Bill de Blasio ໄດ້ປະກາດພາວະສຸກເສີນ ແລະ ອອກຄຳສັ່ງໃຫ້ປິດຮ້ານອາຫານ, ບັນເທີງ. ເມື່ອວັນທີ 20 ມີນາ ເຈົ້າຄອງນະຄອນ New York ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດທຸລະກິດທີ່ຈຳເປັນຈຳນວນໜຶ່ງຢຸດຕິການເຄື່ອນໄຫວທຸລະກິດຊົ່ວຄາວ.

ເຈົ້າໜ້າທີ່ຕຳຫຼວດ New York ໃຫ້ຮູ້ວ່າ ນັບແຕ່ວັນທີ 12-31 ມີນາໄດ້ເກີດເຫດການບຸກລຸກຂອງພວກຄົນຂີ້ລັກເຂົ້າໄປໃນບໍລິສັດຕ່າງໆເຖິງ 75% ທຽບໃສ່ເວລາດຽວກັນປີກາຍ (254 ເລື່ອງ). ແຕ່ຄະດີ ຂົ່ມຂືນ, ຂ້າຄົນ ແລະ ທຳຮ້າຍຮ່າງກາຍ) ຫຼຸດລົງ 20% ທຽບໃສ່ໄລຍະດຽວກັນຂອງປີກາຍ (3.700 ເລື່ອງ).

ຕໍ່ໜ້າສະພາບການດັ່ງກ່າວ, ຮ້ານຂາຍເຄື່ອງຍ່ອຍຈຳນວນໜຶ່ງໄດ້ປິດຕາຍປະຕູຮ້ານຂອງຕົນ ເພື່ອບໍ່ໃຫ້ຄົນຂີ້ລັກເຂົ້າໄດ້. ແຕ່ກໍຖືກອຳນາດການປົກຄອງທ້ອງຖິ່ນແຕ່ລະບ່ອນຫ້າມບໍ່ໃຫ້ເຮັດແບບນັ້ນ ເພາະມັນເປັນການບໍ່ເຊື່ອໝັ້ນຊຶ່ງກັນ ແລະ ກັນ.

ບໍ່ສະເພາະແຕ່ຢູ່ຕົວເມືອງ New York ເທົ່ານັ້ນ, ຍັງມີຫຼາຍໆຕົວເມືອງໃນສະຫະລັດກໍຕົກຢູ່ໃນສະພາບດຽວກັນ. ເຈົ້າຂອງຮ້ານຂາຍຍ່ອຍຫຼາຍແຫ່ງໃນເມືອງ Seattle (ລັດ Washington), Minneapolis (ລັດ Minnesota), Philadelphia (ລັດ Pennsylvania) ໄດ້ປິດຕາຍປະຕູຮ້ານຂອງຕົນດ້ວຍໄມ້ແປ້ນຂະໜາດໃຫ່ຍ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ