ສີ​ລັງກາ​ອະ​ໄພ​ຍະ​ໂທດ​ໃຫ້​ນັກ​ໂທດ 700 ກວ່າ​ຄົນ​ໃນ​ວັນ​ວິ​ສາ​ຂະ​ບູຊາ

ຕາມແຫລ່ງຂ່າວຕ່າງ ປະເທດລາຍງານວ່າ: ປະທາ ນາທິບໍດີສີລັງກາ ທ່ານສິຣິ ເສນາ ໄດ້ກ່າວວ່າ ລັດຖະບານ ຈະໃຫ້ເງິນຊ່ວຍເຫລືອນັກໂທດ ທີ່ໄດ້ຮັບອະໄພຍະໂທດ ໃນວັນວິສາຂະບູຊາໂລກເພື່ອໃຫ້ສາມາດກັບໄປໃຊ້ຊີວິດ  ໃນສັງຄົມໄດ້ອີກຄັ້ງໜຶ່ງ,  ປັດຈຸບັນ, ຄ້າຍຄຸມຂັງ ໃນສີລັງ ກາສາມາດຮອງຮັບນັກ ໂທດ ໄດ້ພຽງ 11 ພັນຄົນ ແຕ່ຕົວ ເລກນັກໂທດໃນປັດຈຸບັນມີ ຫລາຍກວ່າ 24 ພັນຄົນ. ເຈົ້າ ໜ້າທີ່ໃຫ້ຮູ້ວ່າ: ນັກໂທດທີ່ ໄດ້ຮັບການອະໄພຍະໂທດໃນມື້ດັ່ງກ່າວເປັນນັກໂທດທີ່ມີ ໂທດໄລຍະສັ້ນມີທັງໝົດ  762 ຄົນ.

ນອກນີ້ສີລັງກາໄດ້ປະກາດເປັນວັນພັກໃນທົ່ວປະເທດສອງມື້ ເນື່ອງໃນວັນວິສາ ຂະບູຊາ ເພາະປະຊາກອນ ສ່ວນຫລາຍນັບຖືສາສະໜາ ພຸດ ແລະ ກຸ່ມນໍາຊາວພຸດທະສາສະໜາໄດ້ຮຽກຮ້ອງປະ ທານາທິບໍດີໃຫ້ອະໄພຍະໂທດເປັນກໍລະນີພິເສດ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ