ລູກຝາແຝດເກີດໃນຊ່ວງພະຍາດລະບາດ, ເລີຍຕັ້ງຊື່ລູກ ວ່າ: “Corona” ແລະ “Covid”

ໂດຍ: ລູກເມືອງພວນ

ແຫຼ່ງຂ່າວຈາກ PTI, ວັນທີ 3 ເມສານີ້ ໃຫ້ຮູ້ວ່າ: ມີຄູ່ຝາແຝດຄູ່ໜື່ງທີ່ເມືອງ Raipur ໃນປະເທດອິນເດຍໄດ້ເກີດມືນຕາເຫັນໂລກ ໃນຊ່ວງໄລຍະພະຍາດລະບາດຢ່າງຮ້າຍແຮງໄປໃນທົ່ວໂລກ, ເດັກຝາແຝດທັງສອງຈຶ່ງຖືກຕັ້ງຊື່ວ່າ “Corona” ແລະ “Covid”

 

ເຖິງແມ່ນວ່າຊື່ດັ່ງກ່າວຈະເປັນໜ້າຢ້ານກົວຕໍ່ທຸກຄົນກໍ່ຕາມ, ແຕ່ສຳລັບພວກເຂົາແລ້ວ ຊື່ທີ່ມີສັນຍາລັກຕໍ່ເຫດການຄັ້ງນີ້ແມ່ນມີຄວາມໝາຍສະແດງເຖິງຄວາມພະຍາຍາມຜ່ານຜ່າວິກິດການທຸກຢ່າງຂອງຄູ່ແຝດ (ຊາຍ1 ຍິງ1), ເດັກຝາແຝດກຳເນີດເມື່ອຄໍ່າຄືນຂອງວັນທີ 26 ຕໍ່ ວັນທີ 27 ມີນາ ທີ່ຜ່ານມາ.

ພໍ່ແມ່ຂອງເດັກຝາແຝດໃຫ້ຮູ້ວ່າ: ເຂົາອາດຈະຕັດສິນໃຈປ່ຽນຊື່ລູກກໍເປັນໄດ້ໃນເມື່ອພະຍາດໂຄວິດສີ້ນສຸດລົງ.

ພວກຂ້ອຍໃສ່ຊື່ໃຫ້ລູກວ່າ: Covid (ເດັກຊາຍ) ແລະ Corona (ເດັກຍິງ) ກໍເພາະວ່າ: ໃຫ້ເປັນຊື່ລະນຶກເຖິງຄວາມຊົງຈໍາໃນຄັ້ງໜື່ງທີ່ເຄີຍມີພະຍາດລະບາດຮ້າຍແຮງໄປໃນທົ່ວໂລກເຊິ່ງເອີ້ນກັນວ່າ: ໄວຣັດ ໂຄໂລນາເຊື້ອຈຸລະໂຣກສາຍພັນໃໝ່ ຫຼື ໂຄວິດ-19 ນັ້ນເອງ./.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ