ເປີດປະສົບການໃໝ່ ຍີ່ປຸ່ນອອກແບບໂທລະພາບຊີມໄດ້ ເລຍຈໍຊີມລົດຊາດອາຫານໄດ້ແທ້

ສາສະດາຈານໃນປະເທດຍີ່ປຸ່ນສ້າງຕົ້ນແບບໂທລະພາບທີ່ສາມາດຊີມລົດຊາດອາຫານໄດ້ ກ້າວຂ້າມຂໍ້ຈຳກັດແບບເກົ່າໆ ເຊິ່ງເບິ່ງໄດ້ແຕ່ພາບ ແຕ່ຍັງບໍ່ເຖິງໃຈ ແບບໃໝ່ຕ້ອງຊີມລົດຊາດໄດ້ແທ້ຜ່ານການເລຍສຳຜັດທີ່ໜ້າຈໍ ສ້າງປະສົບການຜ່ານປະສາດສຳຜັດທີ່ບໍ່ເຄີຍມີມາກ່ອນ.
ໂຄງການນີ້ໄດ້ຮັບຄວາມສົນໃຈ ເມື່ອສາສະດາຈານ ໂຍຊິອາຄິ ມິຍາຊິຕະ ອາຈານຈາກມະຫາວິທະຍາໄລເມຈິ ເປີດຕົວຕົ້ນແບບຈໍສຸດລ້ຳ ສາມາດຊີມລົດຊາດອາຫານໄດ້ແທ້ ດ້ວຍຟີເຈີ Taste the TV (TTTV) ເຊິ່ງເປັນຖັງເກັບລົດຊາດກວ່າ 10 ລົດ.
ໂດຍຟີເຈີນີ້ ພັດທະນາມາຮຽນແບບລົດຊາດອາຫານຜ່ານການໃຊ້ລະບົບສະເປຫົວສີດ ເພື່ອປະສົມປະສານໃຫ້ຄືຄວາມຈິງທີ່ສຸດ ກ່ອນຈະປ່ອຍອອກມາໃນແຜ່ນຟີມສະອາດແບບໃຊ້ແລ້ວຖິ້ມ ຜູ້ໃຊ້ສາມາດລອງຊີມໄດ້ ໂດຍລະບົບຈະຈຳລອງລົດຊາດທີ່ມີການຕັ້ງຄ່າໄວ້.
ສາສະດາຈານ ແລະ ນັກສຶກສາ 30 ກວ່າຊີວິດ ທີມງານຜູ້ສ້າງສັນໂທລະພາບອັດສະລິຍະນີ້ ເປີດເຜີຍເຖິງບັນຫາທີ່ເກີດຂຶ້ນໃນຍຸກ Covid-19 ພົບວ່າຄົນອອກຈາກເຮືອນລຳບາກຂຶ້ນ, ມີຂໍ້ຈຳກັດໃນການເດີນທາງ. ດັ່ງນັ້ນ ໂທລະພາບຊີມໄດ້ນີ້ຈະຊ່ວຍໃຫ້ຄົນໄດ້ຮັບປະສົບການທີ່ຂາດຫາຍໄປໃນຊ່ວງ Covid-19 ເຖິງວ່າຈະຢູ່ເຮືອນແຕ່ກໍສາມາດຊີມອາຫານຈາກອີກຟາກໜຶ່ງຂອງໂລກໄດ້ຢ່າງງ່າຍດາຍ.
ນອກຈາກນີ້, ທາງຜູ້ພັດທະນາຫວັງຈະສ້າງແພກຟອມຊີມລົດຊາດ ທີ່ຜູ້ໃຊ້ສາມາດດາວໂຫລດແອັບພິເຄຊັນ ແລະ ເພີດເພີນໄປກັບການຊີມອາຫານຈາກໜ້າຈໍມືຖືໄດ້ໃນອະນາຄົດນຳອີກ.
ໂທລະພາບຊີມໄດ້ນີ້ເປັນພຽງຕົ້ນແບບທີ່ສ້າງຂຶ້ນໃນປີຜ່ານມາ ເຊິ່ງຈະມີການພັດທະນາ ແລະ ຕໍ່ຍອດ ນຳໄປສູ່ການສ້າງເຄື່ອງແທ້ທີ່ເປັນເວີຊັນສຳລັບຂາຍໄດ້, ຄາດວ່າຈະມີລາຄາປະມານ 100.000 ເຢັນ ເຊິ່ງຕ້ອງລໍຖ້າເບິ່ງກັນຕໍ່ໄປວ່າຂອງແທ້ນັ້ນຈະຜະລິດ ແລະ ວາງຂາຍຕອນໃດ.
ອ້າງອີງ:

