ກະຊວງສຶກສາສຳເລັດການຜະລິດສື່ການຮຽນ-ການສອນ ຜ່ານສື່ເອເລັກໂທຣນິກ

ສຳນັກຂ່າວສານປະເທດລາວລາຍງານວ່າ: ປັດຈຸບັນສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດການຜະລິດສື່ການຮຽນ-ການສອນຜ່ານສືເອເລັກໂທຣນິກ ແລະອອນລາຍ ສຳລັບໄລຍະພັກຮຽນປ້ອງກັນ ໄວຣັດໂຄວິດ-19. ຊຶ່ມເລີ່ມອອກອາກາດໃນ ວັນທີ 2 ເມສານີ້ຜ່ານລາຍການສຶກສາໃໝ່ ຂອງສະຖານີໂທລະພາບລາວຊ່ອງ 1 ແລະ ທາງວິທະຍຸກະຈາຍສຽງແຫ່ງຊາດ ແລະ ຈະອັບໂຫລດລົງສື່ອອນລາຍ ເຊັ່ນ: ເຟດບຸກ ແຟນເພຈ Edu-sport TV online ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
ສຳລັບສື່ການຮຽນ-ການສອນຊັ້ນປະຖົມສຶກສາ ທີ່ຜະລິດໃນຄັ້ງນີ້ປະກອບມີ: ວິຊາຄະນິດສາດ ແລະ ພາສາລາວ ຊັ້ນ ປ 1 ແລະ ວິຊາພາສາລາວ, ຄະນິດສາດ, ພາສາອັງກິດ ຂອງຊັ້ນ ປ 3, ປ 4 ແລະ ປ 5.

