ຟີລິບປິນ ສັ່ງຫ້າມຖ້ຽວບິນເຂົ້າປະເທດເປັນການຊົ່ວຄາວ

ແຫລງຂ່າວ ມະນີລາ ຂອງຟີລິບປິນລາຍງານ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ:  ຟີລິບປິນ ​ໄດ້ສັ່ງຫ້າມຖ້ຽວບິນໂດຍສານລົງຈອດໃນປະເທດຕັ້ງແຕ່ ວັນທີ ພືດສະພາ ເປັນຕົ້ນໄປ ເປັນເວລາ ອາທິດ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊ່ວຍຫລຸດຜ່ອນຄວາມແອອັດໃນສະຖານທີ່ໃຊ້ກັກ​ໂຕ ເພື່ອກວດ​ເບິ່ງອາການ​ຊາວຟີລິບປິນ ຫລາຍພັນຄົນ.

ຄະນະເຮັດວຽກຝ່າຍ​ສະກັດ​ກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວວ່າຈຸດ​ປະສົງຕົ້ນຕໍໃນ​ການ​ສັ່ງ​ຫ້າມຖ້ຽວ​ບິນ​ເພື່ອ​ຫລຸດຜ່ອນຄວາມ​ແອ​ອັດ ​ແລະ ​​ແຮງ​ງານຟິລິບ​ປີນທ່ີ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດຈະ​ໄດ້​ຮັບການ​ເອົາ​ໃຈ​ໃສ່ເປັນ​ຢ່າງ​ດີເມື່ອ​ພວກ​ເຂົາ​ເດີ​ນທາງ​ກັບ​ມາ​ຟິລິ​ບປີນ. ປະເທດຟີລິບປິນ ​ໄດ້​ນຳໃຊ້ມາດຕະການ ຄວບຄຸມຢ່າງເຂັ້ມງວດກ່ຽວກັບການກວດຄົນເຂົ້າເມືອງການເດີນທາງການຄ້າ ແລະ ການ​​ເຕົ້າ​ໂຮ​ມຂອງປະຊາຊົນນັບແຕ່ກາງເດືອນ ມີນາ ຜ່ານມາຫລັງຈາກ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດຟີລິບປິນຍັງປິດປະເທດຫ້າມຄົນຕ່າງປະເທດເຂົ້າຟິລິບ​ປີນອີກດ້ວຍ ຂະນະນີ້ມີຊາວຟີລິບປິນປະມານ 20.000 ຄົນທີ່ຖືກກັກໂຕ ເພື່ອ​ກວດ​ເບິ່ງອາການໃນນະຄອນຫລວງມະນີລາ. ປັດຈຸບັນ, ຟິລິບ​ປິນ ມີ​ຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 8.928 ຄົນ ແລະ ເສຍຊີວິດ 603 ຄົນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ