ອີຣານ “ດື່ມເຫລົ້າເຖື່ອນ” ປິ່ນປົວໂຄວິດຕາຍເພີ່ມເປັນ 300

ເວັບໄຊເດລິເມລຂອງອັງກິດລາຍງານໃນວັນທີ 29 ມີນາວ່າ: ຊາວອີຣານທີ່ດື່ມເຫລົ້າເຖື່ອນປະສົມເມທານໍ ຫວັງປິ່ນປົວໂຣກໂຄວິດ-19 ຢູ່ເມືອງຊີຣາດທາງພາກໃຕ້ ແລະ ແຂວງຄູເຊສະຖານ ທາງຕາເວັນຕົກສຽງໃຕ້ ຂອງປະເທດ ໃນຕົ້ນເດືອນມີນາ ເສຍຊີວິດເພີ່ມເປັນ 300 ຄົນ, ເຈັບປ່ວຍອີກ 1.000 ກວ່າຄົນ.
ທັງນີ້ ສາທາລະນະລັດອິດສະລາມອີຣານຫ້າມດື່ມແອນກໍຮໍ, ແຕ່ມີຂ່າວລືວ່າ: ແອນກໍຮໍອາດຊ່ວຍປິ່ນປົວໂຣກໂຄວິດ-19 ໄດ້. ໃນຕົ້ນເດືອນກຸມພາ ສື່ອອນລາຍອີຣານຮືຮາກັນຫລາຍວ່າ: ຄູຊາວອັງກິດຄົນໜຶ່ງ ແລະ ອີກຫລາຍໆຄົນດື່ມວິດສະກີກັບນ້ຳເຜິ້ງປິ່ນປົວໄວຣັສໂຄໂຣນາ ປະສົມປະສານກັບຂ່າວເລື່ອງການໃຊ້ເຈລລ້າງມືທີ່ມີສ່ວນປະສົມຂອງແອນກໍຮໍເປັນຫລັກ ກາຍເປັນຄວາມເຊື່ອຜິດໆວ່າ: ແອນກໍຮໍຄວາມແຮງສູງຊ່ວຍຂ້າໄວຣັສໃນຮ່າງກາຍໄດ້ ຄົນຈຶ່ງພາກັນດື່ມເຫລົ້າເຖື່ອນຈົນນຳໄປສູ່ໂສກນາດຕະກຳໃນທີ່ສຸດ.
ຂໍ້ມູນໃນເວລາ 15:16 ໂມງ ວັນທີ 30 ມີນາ ຈາກເວັບໄຊ www.worldometers.info ອີຣານມີຜູ້ຕິດເຊື້ອ 38.309 ຄົນ, ເສຍຊີວິດ 2.640 ຄົນ, ຫາຍແລ້ວ 12.391 ຄົນ.

