ລະເບີດໃນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 28 ຄົນ

ສະຖານີ​ໂທລະພາບ​ທ້ອງ​ຖິ່ນຂອງ​ປາ​ກິດ​ສະຖານ​ລາຍ​ງານ​ວ່າ: ​ເກີດ​ລະ​ເບີດ​ໃນ​ເມືອງ​ເດ​ວຕາ ທາງ​ຕາ​​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກິດ​ສະຖານ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 28 ຄົນ, ບາດ​ເຈັບ 35 ຄົນ. ຂະນະ​ທີ່​ປາ​ກິດ​ສະຖານ​ກຳລັງ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ.

ລາຍ​ງານ​ລະບຸ​ວ່າ: ມື​ລະ​ເບີດ​ພະຍາຍາມ​ບຸກ​ເຂົ້າ​ໄປ​ໜ່ວຍ​ເລືອກ​ຕັ້ງ, ຂະນະ​ທີ່​ຕຳຫລວດ​ພະຍາຍາມ​ສະກັດ​ໄວ້ ຈາກ​ນັ້ນມື​ລະ​ເບີດ​ໄດ້​ລະ​ເບີດ​ຕົວ​ເອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດຈຸບັນ​ນີ້​ຍັງ​ບໍ່​ມີ​ກຸ່າ​ໃດ​ອອກ​ມາ​ອ້າງ​ວ່າ​ຢູ່​ເບື້ອງຫລັງ​ເຫດ​ລະ​ເບີດ​ຄັ້ງນີ້, ຜ່ານ​ມາ​ແຂວງ​ບາ​ລູຈິ​ສະຖານ​ເກີດ​ເຫດ​ລະ​ເບີດ​ຫລາຍ​ເທື່ອ​ໃນ​ໄລຍະ​ຂອງ​ການ​ປຸກລະດົມ​ຫາ​ສຽງ​ເລືອກ​ຕັ້ງຢ່າງ​ດຸ​ເດືອດ ລວມທັງ​ເຫດ​ລະ​ເບີດ​ທີ່​ເປັນ​ຝີ​ມື​ຂອງ​ກຸ່ມ​ລັດ​ອິສລາມ ຫລື IS ​ໃນ​ເດືອນ​ດຽວ​ກັນ​ນີ້​ທີ່​ມີ​ຜູ້​ເສຍ​ຊີວິດ​ເຖິງ 153 ຄົນ ຖື​ເປ​ັນ​ເຫດ​ໂຈມ​ຕີ​ຂ້າ​ຕົວ​ຕາຍຄັ້ງຮ້າຍ​ແຮງ​ທີ່​ສຸດ​ໃນ​ປາ​ກິດ​ສະຖານ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກອງທັບ​ປາ​ກິດ​ສະຖານ​ວາງ​ກຳລັງ​ກວ່າ 370.000 ຄົນ​ທົ່ວ​ປະ​ເທດ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເລືອກ​ຕັ້ງ ນອກ​ເໜືອ​ຈາກ​ກຳລັງ​ຕຳຫລວດ​ອີກ 450.000 ຄົນ.