ເຢຍລະມັນຈະຈັດສັນເງິນເກືອບ 4 ລ້ານໂດລາ ຊ່ວຍຜູ້ລີ້ໄພຢູ່ລີບີ

ແບກແລງ 8 ມິຖຸນາ: ລັດຖະມົນຕີຕ່າງປະເທດເຢຍລະມັນໃຫ້ຄຳໝັ້ນວ່າຈະຈັດສັນການຊ່ວຍເຫລືອເພີ່ມອີກ ມູນຄ່າ 3,9 ລ້ານໂດລາສະຫະລັດ ເພື່ອຊ່ວຍປັບປຸງສະພາບການເປັນຢູ່ສຳລັບຜູ້ລີ້ໄພຢູ່ລີບີ.
ທ່ານ ຊິກມາ ກາເບຣີ ລັດຖະມົນຕີຕ່າງປະເທດເຢຍລະມັນ ຖະແຫລງລະຫວ່າງຢ້ຽມຢາມນະຄອນຫລວງຕຣິໂປລີ ໃນວັນທີ 8 ມິຖຸນານີ້ ໂດຍກ່າວວ່າ: ຜູ້ອົບພະຍົບຈຳນວນຫລາຍຢູ່ລີບີຢູ່ໃນສະພາບສິ້ນຫວັງ. ສຳລັບເງິນຊ່ວຍເຫລືອທີ່ຈະຈັດສັນພາຍໃນປີ 2018 ເປັນໄປຕາມຄຳຮຽກຮ້ອງຂອງສຳນັກງານຂ້າຫລວງໃຫຍ່ເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR). ຖະແຫລງການກະຊວງຕ່າງປະເທດເຢຍລະມັນລະບຸວ່າ: ທ່ານ ກາເບຣີ ກ່າວວ່າເງິນຊ່ວຍເຫລືອດັ່ງກ່າວຈະເພີ່ມອີກຈາກທີ່ເຢຍລະມັນເຂົ້າຮ່ວມໃນໂຄງການການຊ່ວຍເຫລືອ 100 ລ້ານເອີໂຣ ຂອງອົງການສາກົນເພື່ອການຍົກຍ້າຍຖິ່ນຖານ (IOM) ສຳລັບປັບປຸງສະພາບການເປັນຢູ່ທີ່ສູນຜູ້ລີ້ໄພ. ຜູ້ລີ້ໄພຈຳນວນຫລາຍອົບພະຍົບມາຈາກຕາເວັນອອກກາງ ແລະ ອາຟຣິກາເດີນທາງເຂົ້າລີບີ ເພື່ອໃຊ້ເປັນເສັ້ນທາງຜ່ານທະເລເມດິເຕລາເນໄປເອີຣົບ.

