ອິດສະລາແອນປະທ້ວງທົ່ວປະເທດ ແຄ້ນພົບສົບ 6 ຕົວປະກັນຢູ່ເຂດກາຊາ

     ຊາວອິດສະລາແອນຢູ່ນະຄອນຫລວງເທວອາວີບ, ເຢຣູຊາເລັມ ແລະ ຫລາຍເມືອງທົ່ວປະເທດ ອອກມາຊຸມນຸມຕາມຖະໜົນ ເພື່ອປະທ້ວງ ແລະ ສະແດງຄວາມບໍ່ພໍໃຈ ຫລັງມີລາຍງານກອງທັບພົບສົບຕົວປະກັນຊາວອິດສະລາແອນ 6 ຄົນທີ່ຖືກກຸ່ມຮາມັດກັກຂັງໄວ້ຢູ່ເຂດກາຊາ.

      ສື່ທ້ອງຖິ່ນຂອງອິດສະລາແອນລາຍງານວ່າ: ກຸ່ມຜູ້ປະທ້ວງຢູ່ເມືອງຕ່າງໆ ລວມກວ່າ 5 ແສນຄົນ ຮຽກຮ້ອງໃຫ້ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ເຮັດຫຍັງຫລາຍກວ່ານີ້ ເພື່ອບັນລຸຂໍ້ຕົກລົງຢຸດຍິງ ແລະ ນໍາເອົາຕົວປະກັນທີ່ເຫລືອອີກປະມານ 101 ຄົນກັບປະເທດ. ຂະນະທີ່ທາງການອິດສະລາແອນປະເມີນວ່າ: ມີຕົວປະກັນເສຍຊີວິດໄປແລ້ວປະມານ 1 ໃນ 3.

      ຢູ່ນະຄອນຫລວງເທວອາວີບ ມີກຸ່ມຜູ້ປະທ້ວງບາງສ່ວນປິດຖະໜົນຫລວງ. ຂະນະທີ່ຕໍາຫລວດຕ້ອງໃຊ້ແກັສນໍ້າຕານສະຫລາຍການຊຸມນຸມ ແລະ ຈັບຜູ້ປະທ້ວງຫລາຍຄົນ, ແຕ່ຍັງບໍ່ມີລາຍງານຜູ້ບາດເຈັບ.

     ນອກຈາກນີ້, ຍັງມີການນັດພັກວຽກປະທ້ວງ ໂດຍສະຫະພາບແຮງງານເອກະຊົນ, ພະນັກງານໂຮງໝໍ, ໂຮງຮຽນ, ສາຍການບິນ, ບໍລິສັດລົດໂດຍສານ, ທະນາຄານ ແລະ ລູກຈ້າງລັດ ຕ່າງພ້ອມໃຈກັນພັກວຽກເພື່ອກົດດັນໃຫ້ລັດຖະບານບັນລຸຂໍ້ຕົກລົງຢຸດຍິງ ແລະ ປ່ອຍຕົວປະກັນ ເຊິ່ງສົ່ງຜົນເຮັດໃຫ້ໂຮງຮຽນຫລາຍແຫ່ງຕ້ອງປິດຊົ່ວຄາວ. ຂະນະທີ່ສະໜາມບິນເບັນກູຣຽນຢູ່ນະຄອນຫລວງເທວອາວີບຕ້ອງປິດໃຫ້ບໍລິການຖ້ຽວບິນຂາອອກ ແລະ ເຮັດໃຫ້ຖ້ຽວບິນຫລາຍຖ້ຽວຕ້ອງເລື່ອນໃຫ້ບໍລິການ.

ອ້າງອີງ: