ຄວາມແຕກຕ່າງດ້ານວັດທະນະທຳໃນການໃສ່ຜ້າອັດປາກ-ດັງລະຫວ່າງຄົນອາຊີ ແລະ ຄົນເອີຣົບ

ລູກເມືອງພວນ
ຄົນອາຊີ, ການໃສ່ຜ້າອັດປາກ-ດັງ ແມ່ນເພື່ອປ້ອງກັນຕົນເອງ ແລະ ເພື່ອບໍ່ໃຫ້ແຜ່ເຊື້ອໄປໃສ່ຄົນອື່ນ ແຕ່ຄົນເອີຣົບຊໍ້າພັດຕ່າງ, ການໃສ່ຜ້າອັດປາກ-ດັງຖືວ່າເປັນຜູ້ຕິດເຊື້ອພະຍາດ.
ນັກສຶກສາຈີນຄົນໜຶ່ງຮຽນຢູ່ທີ່ມະຫາວິທະຍາໄລ Sheffield (ອັງກິດ) ຖືກລ່ວງລະເມີດທາງດ້ານຮ່າງກາຍ ແລະ ຈິດໃຈຢ່າງໜັກໃນລະຫວ່າງເດືອນກຸມພາທີ່ຜ່ານມາ ເມື່ອເຂົາໃສ່ຜ້າອັດປາກ-ດັງ ເພາະພວກຄົນເອີຣົບເຊື່ອວ່າເຂົາເປັນຜູ້ນຳເຊື້ອ.
ສຳລັບຄົນອາຊີແລ້ວ ຍັງມີຄວນຫຼົງກັບການລະບາດຂອງພະຍາກ SARS ຢູ່, ການໃສ່ຜ້າອັດປາກ-ດັງຈຶ່ງກາຍເປັນຄວາມຊິນເຄີຍຂອງຄົນອາຊີ. ຄົນອາຊີມີທັດສະນະວ່າ ການໃສ່ຜ້າອັດປາກ-ດັງ ແມ່ນຄວາມຮັບຜິດຊອບເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອໄວຣັສ ໂຄວິດ-19.
ໃນຂະນະດຽວກັນ ຄົນເອີຣົບ ມີອະຄະຕິ ແລະ ຈຳແນກເຊື້ອຊາດຄົນອາຊີຢ່າງຈະແຈ້ງ ໃນເມື່ອຫາກໃສ່ຜ້າອັດປາກ-ດັງ. ຊຶ່ງແນວຄິດແບບນີ້ບໍ່ສາມາດທີ່ຈະຍອມຮັບໄດ້. ອົງການອານາໄມໂລກ ໃຫ້ຄຳແນະນຳວ່າ ຖ້າຫາກເປັນຜູ້ແຂງແຂງດີບໍ່ຄວນໃສ່ຜ້າອັດປາກ-ດັງ.
ທ່ານ Jerome Adams ຂຽນວ່າ: “ຜ້າອັດປາກ-ດັງບໍ່ສາມາດຈະສະກັດກັ້ນໄວຣັສ ໂຄໂຣນາ ໄດ້, ແຕ່ສຳລັບພະນັກງານແພດໝໍແລ້ວ ຖ້າຫາກຂາກ ຜ້າອັດປາກ-ດັງ ຈະເຮັດໃຫ້ເຂົາພົບກັບຄວາມອັນຕະລາຍ”. ບັນດານັກຊ່ຽວຊານເວົ້າວ່າ: ວັດທະນະທຳມີບົດບາດສຳຄັນຂອງແຕ່ລະຊາດວ່າ ຈະໃສ່ຜ້າອັດປາກ-ດັງ ຫຼື ບໍ່. ທ່ານ Harris Ali ໃຫ້ທັດສະນະວ່າ: ການໃສ່ໜ້າກາກອານາໄມໃນຍາມມີພະຍາດລະບາດແບບນີ້ ຈະເປັນການຫຼຸດຜ່ອນການດູໝິ່ນກັນລົງໄດ້. ຜູ້ທີ່ເປັນຕົວແບບໃສ່ໜ້າກາກອານາໄມຢູ່ໃນອາຊີ ແມ່ນຄົນ ຍີ່ປຸ່ນ./.

