5 ທາງອອກຂອງພຣີເມຍລີກ ຫຼັງຈາກພົບວິກິດ COVID-19

        ປັດຈຸບັນນີ້ເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ກິດຈະກຳທຸກຢ່າງ ລວມໄປເຖີງຜົນກະທົບຕໍ່ວົງການກີລາໂລກ,ພຣີເມຍລີກອັງກິດກໍ່ເຊັ່ນດຽວກັນຂະນະນີ້ຍັງຫາຂໍ້ສະຫລຸບຈາກປະທານ FA (ສະຫະພັນບານເຕະອັງກິດ) ຈາກເດີມຄືແຂ່ງຂັນແບບປິດ (ຫ້າມຜູ້ຊົມເຂົ້າສະໜາມ) ຫຼັງຈາກນັ້ນກໍ່ເລື່ອນການແຂ່ງອອກໄປເຖີງເດືອນເມສານີ້.

    ໃນເບື້ອງຕົ້ນ FA ໄດ້ຍົກ 5 ທາງອອກຂອງການແຂ່ງຂັນບານເຕະພຣີເມຍລີກອັງກິດລະດູການ 2019-2020 ຄື:

  • ເລື່ອນການແຂ່ງຂັນອອກໄປອີກຮອດເດືອນເມສາ ແລະ ແຂ່ງຂັນຕໍ່ໃຫ້ຈົບລະດູການ
  • ຍົກເລີກໃຫ້ລະດູການນີ້ເປັນໂມຄະ
  • ຕັດຈົບລະດູການນີ້ ແຕ່ຍົກຄະແນນຂອງແຕ່ລະສະໂມສອນໄປລະດູການໜ້າ
  • ຕັດຈົບດ້ວຍອັນດັບໃນປັດຈຸບັນ
  • ແຂ່ງຂັນແບບປິດຈົນຈົບລະດູການ 

ສຳຫຼັບ 5 ຕົວເລືອກນີ້ອາດຈະເປັນໄປໄດ້ຫຼາຍທີ່ສຸດ, ເພື່ອຄວາມປອດໄພຂອງທຸກໆຝ່າຍ ສິ່ງທີ່ຄວນລະວັງກໍ່ຄື ທີມແພດໝໍຕ້ອງມີການກວດການັກກີລາ,ທີມງານສະໂມສອນ ລວມໄປເຖີງບຸກຄົນທີ່ມີສ່ວນຮ່ວມໃນພຣີເມຍລີກອັງກິດ.