ວິລລາ ຢາກໄດ້ ໂປເຊັດຕີໂນ ນັ່ງຕຳແໜ່ງຜູ້ຈັດການທີມຄົນໃຫມ່ແທນ ເຈີຣາດ

ແອສຕັນ ວິລລາ ພວມຢາກໄດ້ ເມົາຣີຊີໂອ ໂປເຊັດຕີໂນ ມາເປັນຜູ້ຈັດການທີມຄົນໃຫມ່ແທນ ສະຕີເວັນ ເຈີຣາດ ເຊິ່ງຕອນນີ້ນຳທີມໄດ້ບໍ່ຄ່ອຍດີ ແລະ ມີທ່າອ່ຽງຈະຖືກປົດ.

ໂດຍ ວິລລາ ລົງເຕະເກມພຣີເມຍລີກລະດູການນີ້ໄປແລ້ວ 10 ນັດ ຫາກໍເກັບໄດ້ພຽງ 9 ຄະແນນ ຢູ່ອັນດັບ 16 ເຊິ່ງສຸ່ມສ່ຽງຈະຕົກໄປເຂດສີແດງ ເຮັດໃຫ້ຜູ້ບໍລິຫານເລີ່ມຄິດວ່າອາດຕ້ອງປ່ຽນແປງໃນຕຳແໜ່ງຜູ້ຈັດການທີມ.

ລາຍງານລະບຸວ່າ ວິລລາ ພວມພິຈາລະນາທາບທາມ ໂປເຊັດຕີໂນ ຮັບງານແທນ ເຈີຣາດ ໂດຍປັດຈຸບັນຜູ້ຈັດການທີມຊາວອາເຈນຕີນາ ຢູ່ໃນສະຖານະຫວ່າງງານ ນັບຕັ້ງແຕ່ຖືກ ປາຣີສ ແຊັງ ແຊັກແມັງ ທີມດັງແຫ່ງລີກ ເອິງ ຝຣັ່ງ ເມື່ອເດືອນກໍລະກົດຜ່ານມາ.