ຫວຽດນາມເຕືອນໃຜປົກປິດຂໍ້ມູນດ້ານສຸຂະພາບມີໂທດ

ລັດຖະບານຫວຽດນາມເຕືອນປະຊາຊົນໃຫ້ຂໍ້ມູນດ້ານສຸຂະພາບ “ທີ່ເປັນຄວາມຈິງ” ຕໍ່ເຈົ້າໜ້າທີ່, ຖ້າປົກປິດອາດເປັນ “ອາຊະຍາກຳ” ຫລັງຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນປະເທດເພີ່ມຂຶ້ນຢ່າງວ່ອງໄວເປັນຢ່າງໜ້ອຍ 33 ຄົນແລ້ວ ໂດຍສູນກາງການແຜ່ລະບາດໃນຕອນນີ້ຄືຍິງສາວໄຮໂຊຄົນໜຶ່ງ.
ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ກ່າວລະຫວ່າງກອງປະຊຸມລັດຖະບານ ກະຕຸ້ນທຸກຝ່າຍຮ່ວມກັນດຳເນີນມາດຕະການຢ່າງວ່ອງໄວ ແລະ ມີປະສິດທິພາບ ໃນການຄົ້ນຫາຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ແລະ ຢຸດຢັ້ງການແຜ່ລະບາດຂອງເຊື້ອໃຫ້ໄວທີ່ສຸດ ລວມທັງມີມາດຕະການລົງໂທດ “ທີ່ເໝາະສົມຕາມກົດໝາຍ” ຕໍ່ບຸກຄົນທີ່ປົກປິດ ແລະ ບິດເບືອນຂໍ້ມູນດ້ານສຸຂະພາບ ແລະ ການເດີນທາງຂອງຕົນເອງ.
ຂະນະທີ່ມີລາຍງານວ່າ: ຝ່າຍຄວາມໝັ້ນຄົງຂອງຫວຽດນາມເລີ່ມແຈ້ງປະຊາຊົນຜ່ານເຄືອຂ່າຍອອນລາຍ ຂໍໃຫ້ມີການແຈ້ງສະຖານະດ້ານສຸຂະພາບຂອງຕົນເອງ “ຕາມຄວາມເປັນຈິງ” ຖ້າບໍ່ໃຫ້ການຮ່ວມມື, ປົກປິດ ຫລື ໃຫ້ຂໍ້ມູນປອມ “ຖືເປັນອາຊະຍາກຳ”.
ການເຄື່ອນໄຫວດັ່ງກ່າວຂອງລັດຖະບານຫວຽດນາມມີຂຶ້ນຫລັງສະຖິຕິຜູ້ປ່ວຍຈາກໂຄວິດ-19 ຢູ່ຫວຽດນາມ ເຊິ່ງມີຢ່າງໜ້ອຍ 16 ຄົນນັບແຕ່ທ້າຍເດືອນຜ່ານມາ ເພີ່ມຂຶ້ນຢ່າງວ່ອງໄວເປັນຢ່າງໜ້ອຍ 33 ຄົນໃນວັນທີ 10 ມີນາ ແລະ ຜູ້ປ່ວຍຢ່າງໜ້ອຍ 12 ຄົນມີການເຊື່ອມໂຍງກັບ “ຜູ້ປ່ວຍຄົນທີ 17” ເນື່ອງຈາກໂດຍສານຖ້ຽວບິນດຽວກັນ ເດີນທາງມາຈາກນະຄອນຫລວງລອນດອນ ສະຫະຣາຊະອານາຈັກ ໃນຕົ້ນເດືອນນີ້.

