ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ອາເມລິກາ ແລະ ອີຣານ ເຈລະຈາກັນ

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເປີດອະພິປາຍເລື່ອງສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະເທດໃນໄລຍະເກີດສະພາບເຄັ່ງຕຶງຢ່າງຕໍ່ເນື່ອງ ລະຫວ່າງ ອາເມລິກາ ແລະ ອີຣານ ໂດຍມີຜູ້ແທນຈາກ 60 ກວ່າປະເທດເຂົ້າຮ່ວມປະຊຸມ ໃນວັນທີ 9 ມັງກອນນີ້.
ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ໃຊ້ຄວາມພະຍາຍາມທາງການທູດ ໂດຍກ່າວວ່າ: ສົງຄາມເປັນສິ່ງທີ່ສາມາດຫລີກເວັ້ນໄດ້ ແລະ ສັນຕິພາບຈະຕ້ອງບໍ່ຖືກພາກອອກໄປ. ຂະນະທີ່ ຜູ້ເຂົ້າຮ່ວມປະຊຸມຮຽກຮ້ອງໃຫ້ ອາເມລິກາ ແລະ ອີຣານ ຫາທາງອອກດ້ວຍການເຈລະຈາ ບໍ່ແມ່ນການໃຊ້ກຳລັງ.

