ພູຖານພົບຜູ້ປ່ວຍ “ໂຄວິດ-19” ຄົນທຳອິດ

ລັດຖະບານພູຖານຢືນຢັນການພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຄົນທຳອິດ ເປັນພົນລະເມືອງອາເມລິກາ ເຊິ່ງຂ້າມຊາຍແດນມາຈາກອິນເດຍ.
ທຳນຽບລັດຖະບານພູຖານເຜີຍແຜ່ຖະແຫລງການຂອງນາຍົກລັດຖະມົນຕີ ໂລເທ ເຊີຣິງ ເລື່ອງການພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ຄົນທຳອິດໃນປະເທດ ເປັນນັກທ່ອງທ່ຽວຊາຍຊາວອາເມລິກາ ອາຍຸ 76 ປີ ເດີນທາງມາຈາກອິນເດຍໃນວັນທີ 2 ມີນາຜ່ານມາ ຫລັງຈາກນັ້ນຜູ້ປ່ວຍເຂົ້າຮັບການປິ່ນປົວຢູ່ໂຮງໝໍໃນວັນທີ 5 ມີນາ ດ້ວຍອາການໄຂ້ ເມື່ອຄະນະແພດກວດຢ່າງລະອຽດພົບເປັນອາການປ່ວຍຈາກໂຣກໂຄວິດ-19.
ທັງນີ້ ເຈົ້າໜ້າທີ່ສາທາລະນະສຸກໄດ້ຕິດຕາມຜູ້ທີ່ຕ້ອງສົງໄສສຳຜັດໂດຍກົງກັບຜູ້ປ່ວຍມາເຂົ້າຮັບການກວດສອບ ແລະ ກັກບໍລິເວນ ເຊິ່ງມີປະມານ 90 ຄົນ ລວມທັງຄົນຂັບລົດ, ຜູ້ນຳທ່ຽວ ແລະ ຄູ່ຮັກ ເຊິ່ງບໍ່ມີການເປີດເຜີຍເພດ, ແຕ່ລະບຸວ່າມີອາຍຸ 59 ປີ. ຂະນະດຽວກັນ ຍັງມີການໃຫ້ຂໍ້ມູນເພີ່ມອີກວ່າ: ຜູ້ປ່ວຍເດີນທາງອອກຈາກນະຄອນຫລວງວໍຊິງຕັນໃນວັນທີ 10 ກຸມພາຜ່ານມາ ແລະ ອາໄສຢູ່ອິນເດຍລະຫວ່າງວັນທີ 21 ກຸມພາຫາ 1 ມີນາ.
ນອກຈາກນີ້ ລັດຖະບານພູຖານ ປະກາດມາດຕະການຄວບຄຸມໂຣກໃນເບື້ອງຕົ້ນ ຄືການປິດໂຮງຮຽນໃນ 3 ເຂດ ລວມທັງນະຄອນຫລວງທິມພູ ເປັນເວລາ 2 ອາທິດ ເລີ່ມແຕ່ວັນທີ 6 ມີນາ ແລະ ການຍົກລະດັບມາດຕະການການຈຳກັດນັກທ່ອງທ່ຽວຂາເຂົ້າເປັນເວລາ 14 ວັນເຊັ່ນກັນ. ສ່ວນອິນເດຍລາຍງານຜູ້ປ່ວຍໃນປະເທດຈາກໂຣກໂຄວິດ-19 ມີຢ່າງໜ້ອຍ 30 ຄົນ ໂດຍຢ່າງໜ້ອຍ 16 ຄົນເປັນນັກທ່ອງທ່ຽວຊາວອິຕາລີ ເຊິ່ງເດີນທາງເຂົ້າມາທ່ອງທ່ຽວໃນອິນເດຍ.

