ນາຍົກລັດຖະມົນຕີມາເລເຊຍ ສະຫລອງສັກວັກຊີນຕ້ານໂຄວິດ-19 ຄົນທຳອິດຂອງປະເທດ

ວັນທີ 24 ກຸມພາ 2021, ມາເລເຊຍເລີ່ມຕົ້ນໂຄງການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ລະດັບປະເທດ ໂດຍທ່ານ ມູຍິດດິນ ຍັສຊິນ ນາຍົກລັດຖະມົນຕີມາເລເຊຍ ສັກວັກຊີນເປັນຄົນທຳອິດຂອງປະເທດ.
ການຮັບວັກຊີນຂອງທ່ານ ມູຍິດດິນ ໄດ້ຖ່າຍທອດສົດທາງໂທລະພາບ ເພື່ອສ້າງຄວາມໝັ້ນໃຈໃຫ້ປະຊາຊົນ ໂດຍນອກຈາກນາຍົກລັດຖະມົນຕີແລ້ວ, ຍັງມີທ່ານ ນົວ ຮິແຊມ ອັບດຸນລາ ອະທິບໍດີປະຈຳກະຊວງສາທາລະນະສຸກ ແລະ ຜູ້ປະຕິບັດງານແນວໜ້າອີກ 4 ຄົນເຂົ້າຮັບວັກຊີນ.
ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເປັນໂຄງການສັກວັກຊີນຂະໜາດໃຫຍ່ທີ່ສຸດຂອງມາເລເຊຍ ເຊິ່ງຕັ້ງເປົ້າໝາຍສັກວັກຊີນໃຫ້ປະຊາຊົນຢ່າງໜ້ອຍ 80% ຂອງປະຊາກອນທັງໝົດ ເພື່ອບັນລຸການສ້າງພູມຄຸ້ມກັນພະຍາດໂຄວິດ-19 ທີ່ປັດຈຸບັນເຮັດໃຫ້ມີຜູ້ເສຍຊີວິດຢູ່ມາເລເຊຍ 1.000 ກວ່າຄົນ ແລະ ຜູ້ຕິດເຊື້ອຫລາຍກວ່າ 280.000 ຄົນ.
ມາເລເຊຍແບ່ງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເປັນ 3 ໄລຍະ ໂດຍໄລຍະທຳອິດຈະສັກໃຫ້ບຸກຄະລາກອນດ້ານໜ້າປະມານ 5 ແສນຄົນ, ໄລຍະສອງຈະສັກໃຫ້ກຸ່ມສ່ຽງສູງ ແລະ ໄລຍະສາມຈະສັກໃຫ້ຜູ້ມີອາຍຸ 18 ປີຂຶ້ນໄປ ເຊິ່ງຄາດວ່າຈະສຳເລັດພາຍໃນເດືອນກຸມພາ 2022.
ມາເລເຊຍໄດ້ຮັບວັກຊີນຊຸດທຳອິດເມື່ອວັນທີ 21 ກຸມພາຜ່ານມາ ໂດຍເປັນວັກຊີນທີ່ພັດທະນາໂດຍ Pfizer Inc. ບໍລິສັດຢາສັນຊາດອາເມລິກາ ແລະ BioNTech SE. ບໍລິສັດຢາສັນຊາດເຢຍລະມັນ.
ມາເລເຊຍຈັດຊື້ວັກຊີນຈາກຜູ້ຜະລິດຫລາຍແຫ່ງ ໂດຍ ໄຄຣີ ຈາມາລຸດດິນ ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງມາເລເຊຍ ກ່າວວ່າ: ວັກຊີນທີ່ພັດທະນາໂດຍ Sinovac ບໍລິສັດຢາສັນຊາດຈີນ ຊຸດທຳອິດມີກຳນົດຂົນສົ່ງເຖິງມາເລເຊຍໃນວັນທີ 27 ກຸມພານີ້.
ອ້າງອີງ: ສຳນັກຂ່າວຊິນຮົວ

