ທີມຊາດລາວ U19 ຊະນະຈຸດໂທດທີມຊາດມາເລເຊຍ U19 3 – 2 ລາຍການ Men’s U-19 JENESYS 2019 Tournament.

ການແຂ່ງຂັນບານເຕະ Men’s U-19 JENESYS 2019 Tournament ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 24 ກຸມພາຫາ 3 ມີນານີ້ ທີ່ເມືອງ ກາໂກຊິມາ ປະເທດຍີ່ປຸ່ນ

ໃນນັດທຳອິດນີ້ U19 ທີມຊາດລາວເຮົາສາມາດເອົາຊະນະຈຸດໂທດ U19 ທີມຊາດມາເລເຊຍໄປໄດ້ 3-2 ຫຼັງຈາກທີ່ສະເໝີກັນໃນເວລາການແຂ່ງຂັນ 1-1 ຕ້ອງມາຕັດສີນດ້ວຍຈຸດໂທດ ແລະ ເປັນ U19 ຂອງລາວເຮົາທີ່ຄົມກວ່າສາມາດເອົາຊະນະ U19 ມາເລເຊຍໄດ້, ເຮັດໃຫ້ທີມຊາດລາວເຮົາເກັບ 3 ແຕ້ມສໍາຄັນໄດ້ໃນຮອບນີ້, ສ່ວນນັດຕໍ່ໄປຂອງທີມທັບນັກກີລາ U19 ຂອງລາວເຮົາຈະພົບກັບ U19 ທີມຊາດຍີ່ປຸ່ນເຈົ້າພາບໃນວັນທີ 27 ກຸມພານີ້ ເວລາ 14:00 ໂມງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ