ຄີລຽນ ເອັມບັບເປ ກຽມຈີກສັນຍາໜີເປແອສເຊ ຫລັງເປັນສາເຫດເຮັດທີມແຕກແຍກ

ຄີລຽນ ເອັມບັບເປ ພວມພິຈາລະນາຈີກສັນຍາກັບ ປາຣີສ ແຊັງ ແຊັກແມັງ ຫລັງຈາກທີ່ສະຖານະການພາຍໃນສະ ໂມສອນພວມປ່ັນປ່ຽນ ໂດຍທີ່ລາວເປັນສູນກາງຂອງບັນຫາ.

ສຳນັກຂ່າວ ເລີກິບ ລາຍງານວ່າ : ຄີລຽນ ເອັມບັບເປ ກອງໜ້າປາຣີສ ແຊັງ ແຊັກແມັງ ທີມດັງແຫ່ງລີກ ເອິງ ຝຣັ່ງ ພວມພິຈາລະນາເຖິງເລື່ອງການຈີກສັນຍາຂອງຕົນເອງກັບຕົ້ນສັງກັດ ຫລັງຈາກທີ່ສະຖານະການພາຍໃນສະ ໂມສອນພວມປ່ັນປ່ວນ ໂດຍທີ່ລາວເປັນຕົ້ນຕໍຂອງບັນຫານຳອີກ.

ລາຍງານລະບຸວ່າ : ເອັມບັບເປ ກາຍເປັນສູນກາງຂອງຄວາມແຕກແຍກໃນຄ່າຍເປແອສເຊ ເນື່ອງຈາກນັກເຕະຫລາຍຄົນ ບໍ່ພໍໃຈກັບສິດທິພິເສດທີ່ນັກເຕະຄົນນີ້ໄດ້ຮັບຈາກສະໂມສອນ ແຕ່ຍັງມີນັກເຕະອີກພວກຫນຶ່ງທີ່ຍັງສະໜັບ ສະໜູນດາວ ຍິງທີມຊາດຝຣັ່ງຢູ່.

ໂດຍກຸ່ມທີ່ຕໍ່ຕ້ານເອັມບັບເປ ນັ້ນນຳໂດຍ 3 ນັກເຕະອາເມລິກາໃຕ້ຢ່າງ ເນມາ, ລີໂອເນລ ເມສຊີ ແລະ ມາກິນຢອສ ຂະນະທີ່ກຸ່ມສະໜັບສະໜູນມີແກນນຳຢ່າງ ເປຣສເນລ ຄິມເປມເບ, ນອກດີ ມູຄີເອເລ, ອູໂກ ເອຄິຕິກ, ອັດຣາຟ ຮາຄີມິ ລວມເຖິງຜູ້ຈັດການທີມຢ່າງ ຄຣິສຕຽນ ກັລຕີເຢ.

ສ່ວນຝັ່ງຂອງ ເອັມບັບເປ ນັ້ນກໍຮູ້ສຶກວ່າສະໂມສອນບໍ່ມີຄວາມໜ້າເຊື່ອໃຈອີກແລ້ວ ໂດຍລາຍງານລະບຸວ່າລາວພວມຄິດຈ່າຍ ເງິນຄ່າຈີກສັນຍາກັບເປແອສເຊ ເພື່ອໃຫ້ຕົນເອງຫລຸດພົ້ນຈາກຂໍ້ຜູກມັດ ເຖິງຮູ້ວ່າຈະແລກກັບເງິນມະຫາສານ ເນື່ອງຈາກຕົນ ເອງຮັບຄ່າເມື່ອຈຳນວນຫລາຍ.

ທັງນີ້ ເປແອສເຊ ສະແດງທ່າທີຈະແຈ້ງວ່າຕ້ອງການສ້າງທີມໂດຍໃຫ້ເອັມບັບເປ ເປັນສູນກາງໃນໄລຍະຍາວ ໂດຍລະດູການຜ່ານມາ ປ່ອຍ ອັງເຄລ ດິ ມາເຣຍ ແລະ ເລອັນໂດຣ ອອກຈາກຕົ້ນສັງກັດ ເພື່ອຫລຸດອຳນາດຂອງນັກເຕະອາເມລິໃຕ້ໃຫ້ໜ້ອຍລົງ.