ຮອງປະທານປະເທດເນັ້ນໃຫ້ພະນັກງານກວດສອບແຫ່ງລັດເອົາໃຈໃສ່ປະຕິບັດໜ້າທີ່ໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມເປີດກວ້າງວຽກງານກວດສອບງົບ ປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດສອບແຫ່ງລັດ (ອກສລ) ຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ເມື່ອໝໍ່ມານີ້, ທ່ານໄດ້ໃຫ້ ກຽດໂອ້ລົມຕໍ່ກອງປະຊຸມວ່າ: ໃນຕໍ່ໜ້າອົງການກວດສອບແຫ່ງລັດ ຕ້ອງໄດ້ເພີ່ມທະວີວຽກງານກວດສອບ, ເປົ້າໝາຍທີ່ຖືກກວດສອບ ແລະ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານລັດຖະກອນມີຄຸນທາດການເມືອງທີ່ໜັກແໜ້ນ, ຢຶດໜັ້ນອຸດົມການຂອງພັກມີສະຕິເຄົາລົບການຈັດຕັ້ງປະຕິບັດລະບຽບກົດໝາຍ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຈັນຍາບັນ ແລະ ເປັນເຈົ້າການປະສານສົມທົບກັບສະພາແຫ່ງຊາດ, ອົງການກວດກາລັດຖະບານ, ກະ ຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ໃນການຜັນຂະ ຫຍາຍມະຕິວ່າດ້ວຍການຮັບຮອງບົດລາຍງານຜົນການກວດສອບ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ສະບັບເລກທີ 21/ສພຊ ລົງວັນທີ 18 ພະຈິກ 2019 ແລະ ເພີ່ມທະວີປັບປຸງກົງຈັກການຈັດຕັ້ງສາຍຕັ້ງຂອງຕົນໃຫ້ມີສຳນັກງານກວດສອບປະຈຳແຂວງ, ໃຫ້ແທດເໝາະກັບຄວາມຕ້ອງການຂອງໜ້າທີ່ວຽກງານ, ເພື່ອໃຫ້ເປົ້າໝາຍຖືກກວດສອບ ເປັນເຈົ້າການປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ປ້ອງກັນບໍ່ໃຫ້ງົບປະມານຮົ່ວໄຫລ ແລະ ການສໍ້ລາດບັງຫລວງຕ່າງໆເກີດຂຶ້ນ.
ທ່ານນາງ ວຽງທອງ ສີພັນດອນ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ແລະ ປະກອບຄຳຄິດເຫັນໃສ່ເນື້ອໃນກ່ຽວກັບບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ແຜນການປະຈຳປີ 2020, ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ມາດຕະການແນະນຳ, ປັບປຸງແກ້ໄຂຜົນການກວດສອບປະຈຳປີ 2018, ທົບທວນຜົນການກວດສອບຄືນການປັບປຸງແກ້ໄຂມາດຕະການແນະນຳຜົນກວດສອບ ຕາມມະຕິສະພາແຫ່ງຊາດ ແລະ ບົດແຈ້ງຜົນການກວດສອບ ບົດລາຍງານຜົນການກວດສອບຂອງ 4 ກົມວິຊາສະເພາະ ບົດລາຍງານຂອງອົງການກວດສອບປະຈຳພາກລື່ນແຜນການທີ່ວາງໄວ້ 5,05%, ເຮັດໃຫ້ການຈັດຕັ້ງປະຕິບັດຄຳແນະນຳຜົນການກວດສອບມີຄວາມສ່ຽງຫຼຸດລົງລະດັບໜຶ່ງ, ໂດຍສະເພາະລາຍຮັບຂົງເຂດພາສີ-ອາກອນ ບໍ່ມອບເຂົ້າງົບປະມານແຫ່ງລັດຄົບຖ້ວນ ແລະ ອາກອນມູນຄ່າເພີ່ມຂອງວິສາຫະກິດລັດບໍ່ຄົບຖ້ວນ, ເງີນຈະລະຈອນທາງອາກາດກະຊວງ ໂຍທາທິການ ແລະ ຂົນສົ່ງ ບໍ່ມອບເຂົ້າງົບປະມານ, ການເກັບລາຍຮັບຂອງຂະແຫນງຊັບສິນຂອງລັດ ຢູ່ຂັ້ນທ້ອງຖິ່ນທີ່ບໍ່ໄດ້ເຮັດສັນຍາຄ່າເຊົ່າສຳປະທານທີ່ດິນມີ 140 ໂຄງການ ແລະ ການຂາຍໄມ້ຢູ່ທ້ອງຖິ່ນບໍ່ໄດ້ດຳເນີນຕາມຂັ້ນຕອນການປະມູນ, ກຳນົດລາຄາຕ່ຳກ່ວາລາຄາກາງ, ການຄຸ້ມຄອງລາຍຮັບໃນລະບົບງົບປະມານ ຍັງມີໜີ້ຕ້ອງຮັບເປັນຕົ້ນ ເງີນຄ່າຕັດສິນຄະດີຈາກຜູ້ຮັບສິນບົນ, ປັບໃໝຄະດີຢາເສບຕິດ ແລະ ອື່ນໆ.

