ຮອງຫົວໜ້າຫ້ອງການກະຊວງ ແນະນຳວຽກງານໂຄສະນາ-ຂ່າວສານການເງິນຕ້ອງສ້າງທ່າຫັນປ່ຽນອັນໃໝ່

ເພື່ອເຮັດໃຫ້ວຽກງານໂຄສະນາຂ່າວສານຂອງຂະແໜງການເງິນມີຄວາມເຂັ້ມແຂງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການວຽກງານໃນສະເພາະໜ້າ ແລະ ຍາວນານເພື່ອເສີມຂະຫຍາຍບົດບາດເຮັດໜ້າທີ່ການໂຄ ສະນາເຜີຍແຜ່ວຽກງານການເຄື່ອນໄຫວຕ່າງໆຢ່າງກວ້າງຂວາງໂປ່ງໃສ, ທັນສະໄໝ, ວ່ອງໄວ, ທັນເຫດການ.
ໃນວັນທີ 2 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ, ພະແນກໂຄສະນາ ແລະ ຂ່າວສານການເງິນ, ຫ້ອງການກະຊວງ, ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນສິງຫາ ແລະ ທິດທາງແຜນການວຽກຈຸດສຸມຕໍ່ໜ້າ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມຈິດ ຄຳມຸງຄຸນ ຮອງຫົວໜ້າຫ້ອງການກະຊວງການເງິນ,ທັງເປັນຜູ້ຊີ້ນໍາວຽກງານພະແນກໂຄສະນາ ແລະ ຂ່າວສານການເງິນ, ມີທ່ານ ພູມາລາ ມະນີວົງ ຫົວໜ້າພະແນກໂຄສະນາ ແລະ ຂ່າວສານການເງິນ, ບັນດາທ່ານໃນຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງການລາຍງານສະຫຼຸບສັງລວມໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານຂະແໜງການເງິນ ໃນເດືອນສິງຫາຜ່ານມາ, ພ້ອມທັງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ແລະ ຜົນ ສຳເລັດການຈັດຕັ້ງປະຕິບັດວຽກງານຜ່ານມາ, ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ. ພ້ອມດຽວກັນນີ້, ໄດ້ຮັບຟັງການຜ່ານແຜນກຳນົດຕໍາແໜ່ງງານຂອງ ພະນັກງານພະແນກໂຄສະນາ ແລະ ຂ່າວສານການເງິນວ່າດ້ວຍການແບ່ງຄວາມຮັບຜິດຊອບວຽກງານລະອຽດນັບແຕ່ຫົວໜ້າພະແນກ, ຮອງຫົວໜ້າພະແນກຈົນຮອດຂັ້ນໜ່ວຍງານ ແລະ ພະນັກງານວິຊາການ,ຊຶ່ງປັດຈຸບັນພະແນກໂຄສະນາ ແລະ ຂ່າວສານການເງິນ ຫ້ອງການກະຊວງ, ໄດ້ກຳນົດໜ້າວຽກມີ 4 ໜ່ວຍງານຄື: ໜ່ວຍງານການຕະຫຼາດ ແລະ ປະຊາສຳພັນ, ໜ່ວຍງານເພຈ, ເຟດບຸກ, ຢູທູບ, ໜ່ວຍງານ ໜັງສືພິມ-ເວັບໄຊ, ໜ່ວຍງານຂ່າວ.
ໂອກາດດັ່ງກ່າວ, ທ່ານ ສົມຈິດ ຄຳມຸງຄຸນ ຮອງຫົວໜ້າຫ້ອງການກະຊວງການເງິນ, ຜູ້ຊີ້ນໍາວຽກງານພະແນກໂຄສະນາ ແລະ ຂ່າວສານການເງິນ, ໄດ້ແນະນຳຫຼາຍບັນຫາສຳຄັນຕໍ່ພະແນກໂຄສະນາ ແລະ ຂ່າວສານການເງິນ, ໄດ້ເອົາໃຈໃສ່ພັດທະນາກໍ່ຄືການປະຕິຮູບວຽກງານໂຄສະນາຂ່າວສານຂອງຂະແໜງການເງິນໃຫ້ເປັນຮູບປະທຳ,ໃຫ້ມີໃບໜ້າໃໝ່ ແລະ ມີຈຸດສຸມໃນການຈັດຕັ້ງປະຕິບັດແຜນການ-ໜ້າວຽກໃຫ້ສໍາເລັດຕາມຕາມລະດັບຄາດ ໝາຍ, ສະຫຼຸບສັງລວມກະກຽມເນື້ອໃນກອງປະຊຸມຮ່ວມກ່ຽວກັບວຽກງານໂຄສະນາຂ່າວສານກັບກະຊວງທີ່ກ່ຽວ ຂ້ອງ, ອົງການສື່ມວນຊົນຫຼັກ, ຄົ້ນຄວ້າສ້າງແຜນການວຽກງານໂຄສະນາວຽກງານຂ່າວສານ ປະຈຳປີ 2022, ສ້າງກົນໄກແບບແຜນການນຳພາ, ສຸ່ມໃສ່ການໂຄສະນາເຜີຍແຜ່ບັນດາກົດໝາຍ, ນິຕິກຳຕ່າງໆຜ່ານເພຈ, ເຟດບຸກ,ຢູທູບ,ໜັງ ໜັງສືພິມ-ເວັບໄຊ໌, ກຳແໜ້ນເນື້ອໃນ, ຫຼັກການໂຄສະນາເຜີຍແຜ່ວຽກງານຂ່າວສານໃຫ້ກວ້າງຂວາງ, ໂປ່ງໃສ,ທັນສະໄໝ, ວ່ອງໄວ ແລະ ທັນເຫດການ.
ພ້ອມນັ້ນ, ວາລະທ້າຍການປະຊຸມທ່ານຍັງໄດ້ເນັ້ນໜັກຮຽກຮ້ອງໃຫ້ພະນັກງານທັງໝົດໃນພະແນກ,ຈົ່ງໄດ້ຍົກສູງນໍ້າໃຈມານະອົດທົນມີຄວາມຮັບຜິດຊອບສູງ, ເຮັດຫລ້ອນໜ້າທີ່, ຮັກສາຈັນຍາບັນຂອງນັກຂ່າວ, ນຳໃຊ້ຄວາມຮູ້ວິຊາການ, ມີແນວຄິດປະດິດສ້າງ,ເພື່ອສຸມໃສ່ວຽກງານການຜະລິດຂ່າວສານ, ໂຄສະນາອອກມາສູ່ສັງຄົມໃຫ້ຫຼາກຫຼາຍສີສັນຕື່ມອີກ.

