ອາຊຽນ-ຈີນ ຫາລືຊ່ອງທາງການຮັບມື ແລະ ສະກັດກັ້ນພະຍາດ ໂຄວິດ-19

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+ຈີນ ສະໄໝພິເສດ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 20 ກຸມພາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ ສປປ ລາວ ​ເປັນ​ເຈົ້າພາບ ເພື່ອປຶກສາຫາລື ແລະ ຮ່ວມກັນຫາຊ່ອງທາງໃນການຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19). ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຕໂຢໂດໂຣ ລັອກຊິນ ຈູເນຍ ລັດຖະມົນຕີຕ່າງປະເທດ ສ. ຟີລິບປິນ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.  

ພິເສດກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມໃນການຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ໄດ້ມອບໝາຍໃຫ້ ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍ​ໃຫ້ລາຍລະອຽດຕໍ່ໄປ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຕີລາຄາສູງຕໍ່ມາດຕະການ ກໍຄືຄວາມພະຍາຍາມຂອງລັດຖະບານ ສປ ຈີນ ໃນການຕ້ານ ແລະ ຮັບມືກັບເຊື້ອພະຍາດດັ່ງກ່າວ ແລະ ເຊື່ອໝັ້ນວ່າ ລັດຖະບານ ກໍຄືປະຊາຊົນຈີນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄດ້ຢ່າງແນ່ນອນ. ກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+ຈີນ ສະໄໝພິເສດນີ້, ພາຍໃນອາຊຽນເອງກໍໄດ້ຈັດກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ກ່ຽວກັບການແຜ່ລະບາດຂອງພະຍາດ COVID-19 ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍານເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມໄດ້ທົບທວນຄືນຄວາມພະຍາຍາມຂອງອາຊຽນ ໃນການປ້ອງກັນ, ແກ້ໄຂ ແລະ ຮັບມືກັບພະຍາດ COVID-19, ພ້ອມທັງກໍານົດທິດທາງໃນຕໍ່ໜ້າ.

ໃນໄລຍະດຳເນີນທັງສອງກອງປະຊຸມນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫລີມໄຊ ກົມມະສິດ ໃນຖານະເປັນເຈົ້າພາບ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນທີ່ດີໃນຄວາມພະຍາຍາມຂອງ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຊາບ. ກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດຄັ້ງນີ້ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ຊຶ່ງສະແດງອອກໃນການມີບົດບາດ ແລະ ປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ