ຫົວໜ້າໂຄງການປັບປຸງເສັ້ນທາງສີໄຄ-ສີເກີດ ສະເໜີແນວທາງໃຫ້ຜູ້ຮັບເໝົາ ເພື່ອໃຫ້ສຳເລັດຕາມແຜນ

ວັນທີ 23 ກຸມພາ 2024, ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະສີໄຄ ຫາ ສີເກີດ, ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ສໍາພາດກ່ຽວກັບຄວາມຄືບໜ້າ ແລະ ສະພາບການໂດຍລວມຂອງ ໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະສີໄຄ-ສີເກີດ, ຍາວ 6 ກມ ວ່າ: ມາຮອດປັດຈຸບັນ ຄິດເປັນເປີເຊັນ ແມ່ນ 5,18% ຕາມແຜນໃຫ້ໄດ້ 17,25%, ຍັງຫຼຸດແຜນການ -12,07%. ສະນັ້ນ ເພື່ອແກ້ໄຂການຊັກຊ້າຂອງວຽກ ແລະ ເພື່ອໃຫ້ແລ້ວຕາມກໍານົດເວລາ (ຍັງເຫຼືອແຕ່ 13 ເດືອນ ໃນສັນຍາ), ໂຄງການໄດ້ ສະເໜີໃຫ້ ຜູ້ຮັບເໝົາ ເຮັດແຜນເລັ່ງວຽກ ດ້ວຍການເພີ່ມຈໍານວນກົນຈັກ, ພະນັກງານກໍາມະກອນເຂົ້າຕື່ມ ແລະ ຕ້ອງໃຫ້ໄດ້ປູໜ້າທາງເບຕົງຢູ່ ສອງເລນທາງກາງກ່ອນ (ໄລຍະໃດປູໄດ້ປູໄປກ່ອນ) ໂດຍບໍ່ຕ້ອງລໍຖ້າ ເຮັດຮ່ອງລະບາຍນໍ້າສອງຂ້າງທາງໃຫ້ແລ້ວ; ວຽກໄກ່ເກ່ຍສິ່ງກີດຂວາງກັບປະຊາຊົນ ປັດຈຸບັນ ໄດ້ເບີກຈ່າຍສໍາເລັດແລ້ວທັງໝົດ 560 ຄອບຄົວ (ເປັນເປີເຊັນ 95% ຂອງ ທັງໝົດ 590 ຄອບຄົວ). ກໍາລັງຢູ່ໃນຂັ້ນຕອນດໍາເນີນການເບີກຈ່າຍ ຈໍານວນ 30 ຄອບຄົວ; ວຽກຍົກຍ້າຍລະບົບສາທາລະນຸປະໂພກ ເປັນຕົ້ນແມ່ນໄຟຟ້າ ໄດ້ເຊັນສັນຍາ ແລະ ລົງມືປະຕິບັດແລ້ວ, ສ່ວນ ນໍ້າປະປາ, ສາຍໃຍແກ້ວ, ກ້ອງວົງຈອນປິດ, ສາຍເຄເບີ້ນໂທລະທັດ, ໂທລະສັບ ແລະ ສິ່ງເກາະຫ້ອຍຕ່າງໆ ເທິງເສົາໄຟຟ້າ ກໍາລັງກຽມເຊັນສັນຍາ ເພື່ອຈັດຕັ້ງປະຕິບັດໃຫ້ແລ້ວຕາມແຜນການກໍ່ສ້າງ, ເລັ່ງໃສ່ການກໍ່ສ້າງ ໂດຍສະເພາະແມ່ນໜ້າວຽກລະບົບການລະບາຍນໍ້າ ຊຶ່ງໃນເວລານໍ້າຖ້ວມ ໝາຍຄວາມວ່າໃນທ້າຍເດືອນພຶດສະພານີ້ແມ່ນມີໜ້າວຽກຈົກຄອງລະບາຍນໍ້າແຕ່ລະຈຸດມີປະມານ 9 ຫາ 10 ຈຸດ ໃຫ້ລະບາຍອອກສູ່ຄອງນໍ້າ ເພື່ອບໍ່ໃຫ້ເກີດມີນໍ້າຝົນອັ່ງອໍໃນໜ້າຝົນທີ່ຈະມາເຖິງນີ້ ຊຶ່ງແມ່ນວຽກອັນຮີບດ່ວນຕ້ອງໄດ້ປະຕິບັດກ່ອນລະດູຝົນຈະມາຮອດ.


