ຄຳມ່ວນດິນແດນທ່ອງທ່ຽວ

ທິດກໍ່າ:
ແຂວງຄຳມ່ວນເປັນແຂວງພາກກາງຂອງປະເທດທີ່ອຸດົມສົມບູນໄປດ້ວຍແຫລ່ງທຳມະຊາດອັນສວຍສົດງົດງາມ, ມີແມ່ນ້ຳລຳເຊ, ພູຜາປ່າໄມ້, ດິນດອນຕອນຫຍ້າ, ທົ່ງນາປ່າເຂົາທີ່ຫລາກຫລາຍ ແລະ ສະຫລັບສັບຊ້ອນ ກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ໜ້າໄປສຳຜັດທ່ຽວຊົມ, ໃນນັ້ນ ສະຖານທີ່ທ່ອງທ່ຽວທີ່ພວມໄດ້ຮັບຄວາມນິຍົມສົນໃຈຈາກແຂກພາຍໃນ ແລະ ຕ່າງປະເທດໃນປັດຈຸບັນ ກໍຄືຖ້ຳກອງລໍ, ຖ້ຳປາຝາ, ຖ້ຳນາງແອ່ນ, ຖ້ຳນ້ຳລອດ, ຂຸນກອງແລງ, ທ່າຝຣັ່ງ, ເຂື່ອນນ້ຳເທີນ, ພູຜາມ່ານ ແລະ ແຫ່ງອື່ນໆ. ຈຸດພິເສດທີ່ໂດດເດັ່ນຂອງແຂວງຄຳມ່ວນແມ່ນມີຜາຫີນຕັ້ງຢັ່ງຢາຍເດຍລະດາດສະຫລັບສັບຊ້ອນຢູ່ຫລາຍແຫ່ງ. ຢູ່ອ້ອມແອ້ມເລາະຕີນຜາມີສາຍນ້ຳ, ມີປ່າດົກໜາ ແລະ ບາງບ່ອນກໍມີທົ່ງນາອັນກວ້າງຂວາງ ກາຍເປັນພາບວິວທິວທັດທີ່ໜ້າປະທັບໃຈ.
ສ່ວນວ່າແມ່ນ້ຳລຳເຊນັ້ນ, ສາຍໃຫຍ່ໆກໍແມ່ນແມ່ນ້ຳຂອງ, ຖັດລົງມາກໍມີນ້ຳເຊຫລາຍສາຍຄື: ນ້ຳຫີນບູນ, ນ້ຳເທີນ, ນ້ຳໂດນ, ນ້ຳປະກັນ ແລະ ເຊບັ້ງໄຟ. ບັນດາແມນ້ຳລຳເຊເຫລົ່ານີ້ນອກຈາກເອື້ອອຳນວຍໃຫ້ແກ່ການຜະລິດປູກຝັງແລ້ວ ຍັງເປັນແຫລ່ງທ່ອງທ່ຽວທີ່ສວຍງາມ ເໝາະແກ່ການລ່ອງເຮືອທ່ຽວຊົມທຳມະຊາດຕາມຫ້ວຍນ້ຳລຳເຊ ເພາະສາຍນ້ຳບາງແຫ່ງມີສີຂຽວສົດໃສທີ່ຫາຊົມໄດ້ຍາກ ຈຶ່ງສາມາດເວົ້າວ່າ: ເມື່ອເອີ່ຍເຖິງແຂວງຄຳມ່ວນແລ້ວ ອັນທີ່ໜ້າສົນໃຈກໍຈະແມ່ນແຫລ່ງທ່ອງທ່ຽວທຳມະຊາດແຫ່ງນີ້ ແລະ ນອກຈາກຖ້ຳທີ່ຂຸດຄົ້ນພົບເຫັນແລ້ວ ກໍຍັງມີຖ້ຳອີກຫລາຍແຫ່ງທີ່ຍັງບໍ່ທັນຂຸດຄົ້ນໃຫ້ກາຍເປັນແຫລ່ງທ່ອງທ່ຽວໃນລະດັບທ້ອງຖິ່ນ ຫລື ລະດັບຊາດໃນອະນາຄົດ ແລະ ຈະກາຍເປັນແຂວງໜຶ່ງທີ່ມີທ່າແຮງດ້ານການທ່ອງທ່ຽວທຳມະຊາດອັນອຸດົມສົມບູນ ສາມາດສ້າງລາຍຮັບໃຫ້ແຂວງ ກໍຄືປະເທດຊາດໄດ້ຢ່າງຫລວງຫລາຍ.
ແນວໃດກໍຕາມ, ສິ່ງທີ່ໜ້າເປັນຫ່ວງນັ້ນກໍຄື ຄວາມຍືນຍົງຂອງທຳມະຊາດ ແລະ ສິ່ງແວດລ້ອມ, ການປົກປັກຮັກສາຊີວະນາໆພັນ ເພາະວ່າໃນແຕ່ລະເດືອນແຕ່ລະປີມີປະຊາຊົນໃນທ້ອງຖິ່ນຊອກຢູ່ຫາກິນ, ມີການຖາກຖາງປ່າໄມ້ບຸກລຸກທັງສັດນ້ຳ, ສັດປ່າ ໂດຍສະເພາະແມ່ນຊອກຢູ່ຫາກິນແບບດັບສູນໃຊ້ໄຟຟ້າຊ໊ອດປາເກືອບຂາດແມ່ນ້ຳລຳເຊ, ຂາດຫ້ວຍຂາດໜອງ. ອີກສິ່ງໜຶ່ງທີ່ຄວນເບິ່ງຄືນນັ້ນ ແມ່ນຄ່າບໍລິການແຫລ່ງທ່ອງທ່ຽວບາງແຫ່ງຂ້ອນຂ້າງແພງ ເບິ່ງຄືບໍ່ທັນສົມເຫດສົມຜົນເທົ່າທີ່ຄວນ. ຕົວຢ່າງປີ້ເຂົ້າຖ້ຳນາງແອ່ນຕອນ ທິດກໍ່າ ໄປສຳຜັດແມ່ນເກັບ 20.000 ກີບຕໍ່ຄົນ, ເຂົ້າໄປຮອດປາກຖ້ຳຕ້ອງໄດ້ຊື້ປີ້ເຂົ້າຊົມຖ້ຳຕື່ມອີກ, ແຕ່ວ່າປັດຈຸບັນນີ້ຍັງຈະຄືເກົ່າ ຫລື ບໍ່ ເພາະດົນແລ້ວບໍ່ໄດ້ໄປສຳຜັດອີກຕື່ມ.
ເວົ້າເລື່ອງລາຍໄດ້ຈາກການທ່ອງທ່ຽວກາຍເປັນອຸດສາຫະກຳໜຶ່ງທີ່ສ້າງລາຍຮັບໃຫ້ປະເທດຊາດບ້ານເມືອງ. ສຳລັບລາວເຮົາ, ອົງການສາກົນໄດ້ຈັດຢູ່ໃນອັນດັບຕົ້ນຂອງໂລກທີ່ມີການພັດທະນາການທ່ອງທ່ຽວທີ່ໄວທີ່ສຸດ. ຈາກປະເດັນດັ່ງກ່າວກໍເຫັນວ່າພວກເຮົາຄວນຊື່ນຊົມ ແລະ ສຳລັບຢູ່ແຂວງຄຳມ່ວນ ທາງພັກ-ລັດຖະບານເຮົາ ກໍຄືຂະແໜງການກ່ຽວຂ້ອງພວມຄົ້ນຄວ້າຜາຫີນໜາມໜໍ່ເຂົ້າເປັນມໍລະດົກໂລກກໍເພາະຜາດັ່ງກ່າວມີການເຊື່ອມຕໍ່ກັບຊາຍແດນຫວຽດນາມ, ແຕ່ວ່າທາງເບື້ອງຫວຽດ ນາມໄດ້ກາຍເປັນມໍລະດົກຂອງໂລກໄປແລ້ວ.
ການທີ່ແຂວງຄຳມ່ວນມີຈຸດພິເສດທາງດ້ານພູມີປະເທດ, ມີຜູພາປ່າໄມ້, ຫ້ວຍນ້ຳລຳເຊອັນສວຍສົດງົດງາມເໝືອນມີສິ່ງສັກສິດມາເສກສັນປັ້ນແຕ່ງໃຫ້ພວກເຮົາໄດ້ນຳໃຊ້, ເພາະສະນັ້ນ ພວກເຮົາຄວນອະນຸລັກຮັກສາໃຫ້ຍືນຍົງໝັ້ນຄົງໄປຄຽງຄູ່ກັບຄົນແຂວງຄຳມ່ວນ ກໍຄືປະຊາຊົນລາວບັນດາເຜົ່າ ເພາະຊັບສິນເຫລົ່ານີ້ລະຈະພາໃຫ້ພວກເຮົາຮັ່ງມີໃນອະນາຄົດຢ່າງແນ່ນອນ.

