ຂໍຝາກຄວາມຫວັງໄວ້ນຳຜູ້ແທນປະຊາຊົນຊຸດທີ IX

ໂດຍ: ທິດກໍ່າ
ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາອະດີດການນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ. ກອງປະຊຸມຄັ້ງນີ້ແມ່ນຈະດຳເນີນໄປຮອດວັນທີ 30 ທັນວາ 2022 ຈຶ່ງຈະໄດ້ປິດລົງຢ່າງເປັນທາງການ.
ທ່ານ ໄຊສົມພອນ ພົມວິຫານ ປະທານກອງປະຊຸມ ໄດ້ກ່າວວ່າ: ໃນໂອກາດກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ເປັນຕົ້ນວຽກງານພົ້ນເດັ່ນປະຈຳປີ 2022, ທິດທາງແຜນການໃນປີ 2023, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2022, ແຜນການປະຈຳປີ 2023 ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ. ໄປຄຽງຄູ່ກັນນັ້ນ ກໍຈະໄດ້ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍເຖິງ 12 ສະບັບ, ໃນນີ້ມີຮ່າງກົດໝາຍໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 9 ສະບັບ.
ຢ່າງໃດກໍດີ, ຄາດວ່າກອງປະຊຸມຄັ້ງນີ້ອາດຈະໄດ້ຄົ້ນຄວ້າແກ້ໄຂຫລາຍບັນຫາຂອງຊາດ ໂດຍສະເພາະສະພາບທີ່ພວກເຮົາພວມຜະເຊີນຢູ່ໃນປັດຈຸບັນກໍຄືບັນຫາເສດຖະກິດ-ການເງິນ, ສະພາບເງິນເຟີ້ ເຊິ່ງມາຮອດເດືອນພະຈິກ 2022 ອັດຕາເງິນເຟີ້ພຸ້ງສູງຂຶ້ນເຖິງ 38,46% ຖືວ່າຢູ່ໃນລະດັບສູງທີ່ສຸດໃນຮອບຫລາຍສິບປີຜ່ານມາ.
ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2023 ໃຫ້ບັນລຸຕາມຄາດໝາຍ ຄະນະປະຈຳສະພາແຫ່ງຊາດ ຕາງໜ້າໂດຍທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນຫາເພີ່ມຕື່ມ ໂດຍສະເພາະຂໍ້ຄົງຄ້າງ, ອຸປະສັກ ແລະ ຂອດອຸດຕັນໃນຜ່ານມາເຖິງ 12 ຂໍ້ ເຊິ່ງແຕ່ລະຂໍ້ນັ້ນກໍລ້ວນແລ້ວແຕ່ພົວພັນເຖິງພາລະກິດອັນໜັກໜ່ວງໃຫຍ່ຫລວງຂອງຊາດ ກໍຄືລັດຖະບານຊຸດທີ IX ທີ່ຈະຕ້ອງບຸກບືນສູ້ຊົນຜ່ານຜ່າສັບພະບັນຫາ ແລະ ສິ່ງທ້າທາຍຕ່າງໆຈາກພາຍນອກ ແລະ ພາຍໃນທີ່ມາກະທົບ, ແຕ່ພວກເຮົາກໍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດຖະບານ ເພາະຕະຫລອດ 47 ປີຜ່ານມາ ພວກເຮົາກໍສາມາດຜ່ານຜ່າ, ຍາດໄດ້ຜົນງານ ແລະ ໄດ້ຮັບໄຊຊະນະໃນຫລາຍດ້ານ ດັ່ງໃນປີນີ້ 9 ເດືອນຜ່ານມາ ເສດຖະກິດລາວເຮົາຂະຫຍາຍຕົວ 4,2% ແລະ ໃນທ້າຍປີຈະສູ້ຊົນໃຫ້ໄດ້ 4,4%.
ກໍຫວັງຢ່າງຍິ່ງວ່າ, ຜ່ານຈາກກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ຫລາຍບັນຫາທີ່ຍັງຄົງຄ້າງ, ອຸປະສັກ, ຂອດອຸດຕັນຕ່າງໆໃນໄລຍະຜ່ານມາຄົງຈະມີການປ່ຽນແປງ, ແກ້ໄຂໄປໃນທາງທີ່ດີ ຈຶ່ງຂໍຝາກຄວາມຫວັງໄວ້ກັບຜູ້ແທນປະຊາຊົນໃນກອງປະຊຸມຊຸດນີ້ຢ່າງໃຫຍ່ຫລວງ. ເມື່ອສຳເລັດກອງປະຊຸມຄັ້ງນີ້ແລ້ວ ກັບເມືອທ້ອງຖິ່ນຢ່າເຮັດປ່ອຍອ່ຽນລົງຕົມ.

