ສີສະຫວັດ ນັກແລ່ນທົນເບີ 1 ຂອງລາວ ຕັ້ງເປົ້າຫລຽນຄຳ ໃຫ້ທັບນັກກິລາແລ່ນ-ລານ ນະຄອນ ຫລວງ ໃນງານກິລາແຫ່ງຊາດ ຄັ້ງທີ 11

      ທ້າວ ສີສະຫວັດ ທຳມະວົງຈິດ ນັກກິລາແລ່ນທົນເບີ 1 ທີມຊາດລາວ ພ້ອມແລ້ວກັບພາລະກິດພິຊິດເປົ້າໝາຍ 2 ຫລຽນຄໍາ ໃນມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ. ສີສະຫວັດ ໄດ້ຝຶກຊ້ອມຢ່າງເປັນລະບົບນັບແຕ່ກາງເດືອນທັນວາຜ່ານມາ.

       ສີສະຫວັດ ມີການຝຶກຊ້ອມເປັນປະຈຳ ແລະ ເຂົ້າຮ່ວມແຂ່ງຂັນລາຍ ການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນຫລາຍປີຜ່ານມາ. ກິລາແຫ່ງຊາດຊຸດນີ້ ສີສະຫວັດ ສັງກັດທັບນັກກິລາແລ່ນ-ລານນະຄອນຫລວງ ໃນການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

       ສຳລັບ 2 ລາຍການຕາມໂກຕ້າທີ່ ສີສະຫວັດ ຈະລົງແຂ່ງໃນຄັ້ງນີ້ຍັງຊັ່ງຊາວ່າຈະເລືອກລາຍການໃດ ໂດຍມີ 3 ພັນແມັດ, 5 ພັນແມັດ ແລະ 10 ພັນແມັດ ເນື່ອງຈາກຕ້ອງໄດ້ເບິ່ງຕາຕະລາງການແຂ່ງຂັນຕົວຈິງອີກເທື່ອໜຶ່ງ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ 2 ຫລຽນຄຳ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ